ທ່ານ Nebenzia ເນັ້ນໜັກວ່າ ບັນດາກິລິຍາທ່າທາງຫວ່າງມໍ່ໆມານີ້ຂອງ ອາເມລິກາ ຄືການຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອັນ, ປິດປະຕູຫ້ອງການຕາງໜ້າຂອງອົງການປົດປ່ອຍ ປາແລັດຕິນ ຢູ່ ວໍຊິງຕັນ D.C, ຫັກງົບປະມານທີ່ຈັດແບ່ງໃຫ້ອົງການສະຫະປະຊາຊາດຊ່ວຍເຫຼືອຄົນລີ້ໄພ ປາແລັດສຕິນ... ທັງໝົດເຫຼົ່ານັ້ນ, ໄດ້ກໍ່ຜົນເສຍຫາຍຕໍ່ຄວາມມານະພະຍາຍາມ ໃນການຊອກຫາມາດຕະການຮອບດ້ານໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດຕິນ.
ທ່ານ ເອກອັກຄະລັດຖະທູດລັດເຊຍ ກໍໄດ້ຮຽກຮ້ອງໃຫ້ເຊື່ອມຕໍ່ຄືນການຮ່ວມມືສາກົນໃນຂອບເຂດຂອງກຸ່ມ 4 ປະເທດ ຕາເວັນອອກກາງຄືນໃໝ່ (ເຊິ່ງລວມມີ ສະຫະປະຊາຊາດ, ລັດເຊຍ, ອາເມລິກາ, ສະຫະພາບ ເອີຣົບ).
