ວັນ​ທີ 22 ພຶດ​ສະ​ພາ, ລັດ​ເຊຍ ສະ​ເໜີ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​ຈັດ​ກອງ​ປ​ະ​ຊຸມ​ດ່ວນ​ພາຍ​ຫຼັງເຫດ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ (UAV) ແນ​ໃສ່​ວິ​ທະ​ຍາ​ໄລ ແລະ ເຂດ​ຫ​ໍ​ພັກ​ຂອງ​ນັກ​ສຶກ​ສາ​ຢູ່​ນະ​ຄອນ Starobelsk, ຂ​ຶ້ນ​ກັບ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ Lugansk (LPR) ອ້າງ​ຊື່​ເອງ, ເຮັດ​ໃຫ້​ນັບ​ສ​ິບ​ໆ​ຄົນ​ເສຍ​ຊີ​ວິດ, ສ່ວນ​ຫຼາຍ​ແມ່ນ​ໄວ​ໜຸ່ມ. ທ່ານ Valery Fadeyev, ປະ​ທານ​ສະ​ມາ​ຄົມ​ສິດ​ທິ​ມະ​ນຸດ ລັດ​ເຊຍ ຮຽກ​ຮ້ອງ​ໃຫ້ຂ້າ​ຫຼວງ​ໃຫຍ່ສິດທິມະນຸດ ​ສະ​ຫະ​ປະ​ຊາ​ຊາດ​ ພິ​ຈາ​ລະ​ນາ​ເຫດ​ການ​ຄື​ດັ່ງ “ໂທດ​ກຳສົງ​ຄາມ”. ລັດ​ເຊຍ ຈະ​ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ​ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີ.

ຈຸດ​ເວ​ລາ​ເກີດ​ເຫດ​ການ ​ມີ​ນັກ​ສຶກ​ສາ 86 ຄົນ​ພວມ​ຢູ່​ໃນ​ຕຶກ​ອາ​ຄານ. ຕົວ​ເລກ​ອັບ​ເດດຫຼ້າ​ສຸດ​ຈາກວົງ​ການ​ເຈົ້າ​ໜ້າ​ທີ່ LPR ຊີ້​ໃຫ້​ເຫັນ​ວ່າ ຈຳ​ນວນຜູ້​ຮັບ​​ບາດ​ເຈັບ​​ເສ​ຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້​ນ 39 ຄົນ, ໃນ​ນັ້ນ​ມີ​ຫຼາຍ​ຄົນ​ເສ​ຍ​ຊີ​ວິດ.

ປະ​ຈຸ​ບັນ, ຢູ​ແກຼນ ຍັງ​ບໍ່​ທັນ​ຍົກ​ອອກ​ຄຳເຫັນທີ່​ກ່ຽວ​ຂ້ອງ​ເຖິງ​ເຫດ​ການ​ຢ່າງເປັນ​ທາງ​ການ.