ລັດເຊຍ ສຳເລັດການກະກຽມໃຫ້ແກ່ແຜນການລາດຕະເວນຮ່ວມຢູ່ ຊີຣີ (ພາບ: AFP/TTXVN)

ໃນແຈ້ງການ, ທ່ານ Dmitry Peskov ໂຄສົກວັງ Kremlin ຢືນຢັນວ່າ ການຜັນຂະຫຍາຍບັນດາກົມກອງພ້ອມກັບຍຸດທະພັນການທະຫານແມ່ນນອນໃນຂໍ້ຕົກລົງທີ່ບັນລຸໄດ້ຫວ່າງມໍ່ໆມານີ້, ກໍ່ຄືຮຽກຮ້ອງໃຫ້ກຳລັງຊາວ Kurd ຖອນອອກຈາກບັນດາເຂດ ເຊິ່ງໄດ້ຮັບການປະກາດກ່ອນນັ້ນ. ຕາມຂໍ້ຕົກລົງລະຫວ່າງ ລັດເຊຍ ແລະ ຕວັກກີ, ກຳລັງຂອງ 2 ປະເທດ ຈະດຳເນີນການເຄື່ອນໄຫວລາດຕະເວນຮ່ວມຢູ່ເຂດຊາຍແດນທີ່ມີເສັ້ນຜ່າກາງ 10 ກິໂລແມັດ - ສະຖານທີ່ຂອງກອງທັບ ອາເມລິກາ ເຄີຍລາດຕະເວນກັບກຳລັງຊາວ Kurd ໃນຫລາຍປີຜ່ານມາ.