ກໍ່ກ່ຽວຂ້ອງເຖິງບັນຫານີ້, ທ່ານ Yury Ushakov, ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Putin ຈະຕັດສິນຜູ້ໃດແມ່ນຜູ້ນຳໜ້າຄະນະປະຕິບັດງານ ລັດເຊຍ ເຂົ້າຮ່ວມການເຈລະຈາ 3 ຝ່າຍກ່ຽວກັບ ຢູແກຼນ. ທ່ານກໍ່ເນັ້ນວ່າ: ປະຈຸບັນ, ບັນດາຝ່າຍບໍ່ທັນເຫັນດີເປັນເອກະພາບກ່ຽວກັບຂໍ້ສະເໜີໃດໆ ຍ້ອນມັນລ້ວນແຕ່ເດິນຕາມບັນດາເປົ້າໝາຍບຸລິມະສິດສະເພາະຂອງຕົນ. ກ່ຽວກັບສະຖານທີ່ດຳເນີນການເຈລະຈາ, ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ພວມພິຈາລະນາບັນດາສະຖານທີ່ຢູ່ Abu Dhabi (ສະຫະລັດ ອາຣັບ ເອມິເລັດ), ຕວກກີ ແລະ ບັນດາປະເທດອື່ນໆກໍ່ສະແດງຄວາມພ້ອມເປັນປະທານການພົບປະຄັ້ງນີ້. ທ່ານ Ushakov ເນັ້ນໜັກວ່າ: ຍັງມີຫຼາຍວຽກງານທີ່ຕ້ອງເຮັດເພື່ອບັນລຸໄດ້ມາດຕະການສັນຕິພາບສຳລັບບັນຫາ ຢູແກຼນ.
ລັດເຊຍ ທາບທາມຄວາມອາດສາມາດຈະຈັດການເຈລະຈາ 3 ຝ່າຍກ່ຽວກັບ ຢູແກຼນ ໃນເດືອນ ຕຸລາ
[VOVWORLD] - ວັນທີ 13 ກັນຍາ, ສື່ມວນຊົນ ລັດເຊຍ ໄດ້ຄັດຄຳເວົ້າຂອງ ທ່ານ Dmitry Peskov, ໂຄສົກວັງ Kremlin ໃຫ້ຮູ້ວ່າ: ມົດສະກູ ບໍ່ຍົກເວັ້ນຄວາມອາດສາມາດຈັດຕັ້ງການເຈລະຈາ 3 ຝ່າຍກ່ຽວກັບ ຢູແກຼນ ໃນເດືອນ ຕຸລາ ຈະມາເຖິງ.
