ວັນທີ 31 ມັງກອນ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ຢັ້ງຢືນວ່າ ປະເທດນີ້ ບໍ່ຕັ້ງໃຈຍົກຍ້າຍພົນລະເມືອງຂອງຕົນ ອອກຈາກເວເນຊູເອລາ ແລະ ເຊື່ອໝັ້ນວ່າ ຍັງຄົງມີໂອກາດໃຫ້ແກ່ຄວາມມານະພະຍາຍາມທາງການທູດຢູ່ເວເນຊູເອລາ ເຖິງວ່າ ໄດ້ຍອມຮັບວ່າ ຍັງມີຄວາມສ່ຽງອາດຈະເກີດການປະທະກັນປະກອບອາວຸດໃນວົງກວ້າງ ຢູ່ປະເທດນີ້. ກ່າວຄໍາເຫັນໃນການຖະແຫຼງຂ່າວ, ທ່ານນາງ Maria Zakharova ຊີ້ແຈ້ງວ່າ ປັດຈຸບັນ, ມົດສະກູບໍ່ໄດ້ຄໍານຶງເຖິງເລື່ອງຍົກຍ້າຍພົນລະເມືອງ, ເຖິງວ່າ ແມ່ນບັນດານັກການທູດລັດເຊຍ, ຄອບຄົວຂອງເຂົາເຈົ້າ, ບັນດາພົນລະເມືອງ ລັດເຊຍ ຫຼືບຸກນຄົນທີ່ເຮັດວຽກຢູ່ບັນດາອົງການຈັດຕັ້ງ ແລະ ບໍລິສັດຕ່າງປະເທດ ຢູ່ ເວເນຊູເອລາ. ເຖິງວ່າເປັນແນວນັ້ນກໍຕາມ, ທ່ານນາງ Maria Zakharova ກໍຍອມຮັບວ່າ ການປະທະກັນປະກອບອາວຸດເກີດຂຶ້ນໃນວົງກວ້າງ ຢູ່ປະເທດ ອາເມລິກາລາຕີນ “ຍັງບໍ່ສິ້ນສຸດລົງເທື່ອ”.
ລັດເຊຍ ຢັ້ງຢືນ ຍັງມີໂອກາດ ໃຫ້ແກ່ຄວາມມານະພະຍາຍາມທາງການທູດ ຢູ່ ເວເນຊູເອລາ
(VOVWORLD) -ທ່ານນາງ Maria Zakharova ກໍຍອມຮັບວ່າ ການປະທະກັນປະກອບອາວຸດເກີດຂຶ້ນໃນວົງກວ້າງ ຢູ່ປະເທດ ອາເມລິກາລາຕີນ “ຍັງບໍ່ສິ້ນສຸດລົງເທື່ອ”.
