ປະເທດນີ້ ພຽງແຕ່ບຸກໂຈມຕີກຸ່ມແນວໂຮມ Al-Nusra ເທົ່ານັ້ນ ຫາກບໍ່ແມ່ນເພື່ອເລັ່ງໃສ່ເຂດຊຸມຊົນ. ໃນບັນດາສະຖານທີ່ຖືກບຸກໂຈມຕີທາງອາກາດນັ້ນ ມີສາງແຫ່ງໜຶ່ງທີ່ອົງການກໍ່ການຮ້າຍນຳໃຊ້ເປັນບ່ອນປະກອບເຄື່ອງຈັກຂອງເຮືອບິນບໍ່ມີຄົນຂັບ.

ກ່ອນໜ້ານັ້ນ, ໂຄສົກວັງ Krenlin ທ່ານ Dmitry Peskov ໃຫ້ຮູ້ວ່າ: ສະພາບການຢູ່ແຂວງ Idlib, ປັດຈຸບັນ ໂດຍກຳລັງພວກກະບົດຢຶດຄອງຢູ່ ຊີຣີ ແມ່ນເປັນໜ້າເຕືອນໄພ ແລະ ມົດສະກູ ພວມຮັກສາການຕິດຕໍ່ພົວພັນໃນທຸກຂັ້ນ ທີ່ກ່ຽວຂ້ອງເຖິງບັນຫາດັ່ງກ່າວ.