ຕາມເອກະສານນີ້ແລ້ວ, ລັດເຊຍ ຖອນຕົວອອກຈາກກຸ່ມຮ່ວມມືສາກົນກ່ຽວກັບຢາເສບຕິດ, ກອງທຶນເອີລົບ ຫນູນຊ່ວຍການຜະລິດຮູບເງົາຮ່ວມ ແລະ ຈຳຫນ່າຍບັນດາຜະລິດຕະພັນຮູບເງົາ… ຢຸດຕິການເຂົ້າຮ່ວມສ່ວນຫນຶ່ງໃນຂໍ້ຕົກລົງປີ 1990 ກ່ຽວກັບການສ້າງຕັ້ງຄະນະກຳມະການ ເອີລົບ ກ່ຽວກັບປະຊາທິປະໄຕຮັບຮອງເອົາກົດໝາຍ ແລະ ສ່ວນຫນຶ່ງຂໍ້ຕົກລົງເປີດຂອງສະພາເອີລົບກ່ຽວກັບການຄາດຄະເນ, ສະກັດກັ້ນ ແລະ ສະຫນອງການຫນູນຊ່ວຍໃນກໍລະນີເກີດໄພທຳມະຊາດ ແລະ ໄພພິບັດເຕັກໂນໂລຊີ. ນອກນັ້ນ ລັດເຊຍ ກໍ່ຖອນອອກຈາກຂໍ້ຕົກລົງເປີດກວ້າງ ກ່ຽວກັບກິລາ, ວັດທະນະທຳ ແລະ ການສິດສອນປະຫວັດສາດ ເອີລົບ.