ພາຍຫລັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ຝະຣັ່ງ Emmanuel Macron ຮຽກຮ້ອງໃຫ້ມີຂໍ້ຕົກລົງສະບັບໃໝ່ກັບ ເຕເຮຣານ. ຕາມທ່ານ Peskov ແລ້ວ, ມົດສະກູ ສະໜັບສະໜູນການຮັກສາເດີມຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການດຳເນີນງານລວມຮອບດ້ານ (JCPOA) ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝະຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໄວ້ຄືເກົ່າ, ພ້ອມທັງສະແດງໃຫ້ເຫັນຄວາມລະແວງສົງໄສກ່ຽວກັບລັກສະນະເປັນໄປໄດ້ຂອງຂໍ້ຕົກລົງສະບັບໃໝ່ໃນສະພາບປັດຈຸບັນ.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກຳນົດເອົາວັນທີ 12 ພຶດສະພາຈະມາເຖິງ ແມ່ນເວລາສຸດທ້າຍເພື່ອໃຫ້ບັນດາປະເທດ ເອີຣົບ ເພີ່ມເຕີມບັນດາມາດຕາໃໝ່ໃຫ້ JCPOA , ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ໃຫ້ຮູ້ວ່າ: ການນຳ ອາເມລິກາ - ຝະຣັ່ງ ໄດ້ປຶກສາຫາລືກ່ຽວກັບ “ຂໍ້ຕົກລົງສະບັບໃໝ່” ປັບປຸງ JCPOA ກ່ວາອີກ ແລະ ເໝາະສົມກັບຄວາມປາດຖະໜາຂອງທ່ານ Donald Trump.
ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອີຣານ Hassan Rouhani ໄດ້ສະແດງໃຫ້ເຫັນຄວາມລະແວງສົງໄສ ດ້ວຍລັກສະນະຖືກຕ້ອງຕາມການສະເໜີດັ່ງກ່າວ. ຕາມທ່ານແລ້ວ, ອາເມລິກາ ແລະ ຝະຣັ່ງ ບໍ່ມີສິດ ແລະ ເຫດຜົນໃດໆ ເພື່ອຍົກອອກຄຳຕັດສິນໃຫ້ແກ່ຂໍ້ຕົກລົງລະຫວ່າງ ອີຣານ ແລະ ກຸ່ມ P5+1.
