ອະດີດສືບລາຊະການລັບ Sergei Skripal ແລະ ລູກສາວ

(ພາບ: Sky News)

ກ່ອນໜ້ານັ້ນໃນວັນດຽວກັນ, ໃນແຈ້ງການທີ່ລົງພິມໃນສິ່ງພິມຂ່າວກົດໝາຍອາເມລິກາ ໃຫ້ຮູ້ວ່າ, ບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ ແນໃສ່ລັດເຊຍ ດ້ວຍບັນດາຄຳກ່າວຫາກ່ຽວຂ້ອງເຖິງເຫດວາງຢາເບື່ອອະດີດສືບລາຊະການລັບ Sergei Skripal ແລະ ລູກສາວຢູ່ອັງກິດ ຈະເລີ່ມມີຜົນສັກສິດໃນວັນທີ 27 ສິງຫາ. ກະຊວງການຕ່າງປະເທດອາເມລິກາ ຈະຢຸດຕິບັນດາການເຄື່ອນໄຫວໜູນຊ່ວຍ, ການເຄື່ອນໄຫວຄ້າຂາຍອາວຸດ ແລະ ສະໜອງການເງິນໃຫ້ລັດເຊຍ. ອາເມລິກາ ກໍ່ຈະປະຕິເສດບັນດາບ້ວງສິນເຊື່ອ ແລະ ຫ້າມສົ່ງອອກເຕັກໂນໂລຊີ ແລະ ສິນຄ້າປ້ອງກັນຄວາມສະຫງົບບາງຢ່າງໄປລັດເຊຍ.