
ທ່ານ ນາຍົກລັດຖະມົນຕີລັດເຊຍ Dimitry Medvedev ແລະ ຄູ່ຕຳແໜ່ງຕວກກີ Binali Yildirim
(vovworld) – ວັນທີ 6/12, ທ່ານນາຍົກລັດຖະມົນຕີລັດເຊຍ Dimitry Medvedev ແລະ ຄູ່ຕຳແໜ່ງຕວກກີ Binali Yildirim, ພວມຢູ່ຢ້ຽມຢາມລັດເຊຍ, ດຳເນີນການເຈລະຈາ, ປຶກສາຫາລືມາດຕະການເພີ່ມທະວີວິວັດທະນາການຫັນການພົວພັນ 2 ຝ່າຍເປັນປົກກະຕິ. 2 ຝ່າຍປຶກສາຫາລືບັນຫາກໍ່ສ້າງບັນດາກົນໄກໃໝ່ເພື່ອຮ່ວມມືດ້ານເສດຖະກິດ, ຮ່ວມມືດ້ານການເງິນ, ເຊິ່ງລວມມີທັງກອງທຶນລວມ. ກອງທຶນລວມ ລັດເຊຍ - ຕວກກີ ອາດຈະເລີ່ມເຄື່ອນໄຫວໃນປີ 2017. 2 ຝ່າຍກໍ່ປຶກສາຫາລືບັນດາມາດຕະການເພື່ອປະຕິບັດຈຸດໝາຍນີ້, ໃນນັ້ນມີເລື່ອງຍົກເລີກບັນດາຂໍ້ຈຳກັດ, ຫັນລະບຽບການອອກວີຊາເປັນງ່າຍດາຍ… ທ່ານ Medvedev ໃຫ້ຮູ້ວ່າ: ລັດເຊຍ ຈະໃຫ້ສັດຕະຍາບັນຂໍ້ຕົກລົງກ່ຽວກັບໂຄງການທໍ່ສົ່ງອາຍແກັດ ແລະ 2 ຝ່າຍຈະປຶກສາຫາລືກໍ່ສ້າງພາກສ່ວນຕໍ່ໄປຂອງໂຄງການ ທໍ່ສົ່ງອາຍແກັດ ຕວກກີ ເຂົ້າເອີລົບ.

ທ່ານ ນາຍົກລັດຖະມົນຕີລັດເຊຍ Dimitry Medvedev ແລະ ຄູ່ຕຳແໜ່ງຕວກກີ Binali Yildirim
