ທ່ານລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ Sergey Lavrov

(ພາບ: AFP/TTXVN)

ຕາມທ່ານ Lavrov ແລ້ວ, ທູດພິເສດສະຫະປະຊາຊາດກ່ຽວກັບບັນຫາຊີຣີ Steffan de Mistura ຄາດວ່າຈະເຂົ້າຮ່ວມຮອບເຈລະຈາສັນຕິພາບ Astana. ຄຽງຂ້າງນັ້ນ, ທ່ານ Lavrov ກໍ່ກ່າວປະນາມອາເມລິກາ ພ້ອມກັບບັນດາພັນທະມິດພວມປ້ອງກັນແນວໂຮມ Al Nusra ພົ້ນຈາກສະພາບຖືກບຸກໂຈມຕີ, ຖືວ່າ ນັ້ນແມ່ນວິທີສຳພັດທີ່ອັນຕະລາຍ. ທ່ານກໍ່ກ່າວປະນາມເລື່ອງ ວໍຊິງຕັນ ພວມນຳໃຊ້ “ມາດຕະຖານຊ້ອນ” ສຳລັບບັນຫາຊີຣີ.