ເວທີປາໄສຊຳລະເອເລັກໂຕນິກ ຫວຽດນາມ 2017

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເນັ້ນໜັກວ່າ:

ດ້ວຍບັນດາຜົນປະໂຫຍດອັນໃຫຍ່ຫລວງນັ້ນ ຊຶ່ງບັນດາການບໍລິການໃໝ່ ສາມາດນຳມາໃຫ້ປະຊາຊົນສ່ວນຫລວງຫລາຍ, ພັກ ແລະ ລັດຖະບານໄດ້ມີລັດຖະນະໂຍບາຍ, ແຜນຮ່າງຫລາຍສະບັບ ເພື່ອຊຸກຍູ້ການຊຳລະໂດຍບໍ່ໃຊ້ເງິນສົດເວົ້າລວມ ແລະ ການຊຳລະເອເລັກໂຕນິກເວົ້າສະເພາະ. ພວກເຮົາພວມຢູ່ໃນວິວັດການສ້າງຍຸດທະສາດການເງິນຮອບດ້ານລະດັບຊາດ, ຊຶ່ງການຊຳລະເອເລັກໂຕນິກຈະແມ່ນສ່ວນໜຶ່ງ ເພື່ອປະຕິບັດຍຸດທະສາດນີ້. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະອຳນວຍຄວາມສະດວກ ແລະ ຊຸກຍູ້ທ່າອ່ຽງການຊຳລະເອເລັກໂຕນິກຢູ່ ຫວຽດນາມ ”

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ມີການພົບປະກັບມະຫາເສດຖີ Jack Ma ສະມາຊິກສ້າງຕັ້ງ ແລະ ເປັນປະທານກຸ່ມບໍລິສັດ Alibaba.