ທ່ານນາຍົກລັດຖະມົນຕີອັງກິດ Boris Johnson (ພາບ: TTXVN)

ທ່ານລັດຖະມົນຕີ Michael Gove ຜູ້ຮັບຜິດຊອບການປະສານງານແຜນການ Brexit ໃຫ້ຮູ້ວ່າ ອັງກິດ ໄດ້ມີພາຫະນະ ແລະ ຄວາມສາມາດຢ່າງພຽງພໍ ເພື່ອຖອນຕົວອອກຈາກ ອີຢູ ໃນວັນທີ 31 ຕຸລາ ຈະມາເຖິງ. ທ່ານ ຢັ້ງຢືນວ່າ ລັດຖະບານ ອັງກິດ ໄດ້ສົ່ງຈົດໝາຍສະເໜີເລື່ອນວັນເວລາ Brexit ຕາມຄວາມຮຽກຮ້ອງຂອງ ສະພາແຫ່ງຊາດອັງກິດ, ແຕ່ອົງການນິຕິບັນຍັດນີ້ ຈະບໍ່ສາມາດປ່ຽນແປງເຈດຈໍານົງຂອງທ່ານນາຍົກລັດຖະມົນຕີ, ນະໂຍບາຍ ແລະ ຄວາມຢຶດໝັ້ນຂອງລັດຖະບານກ່ຽວກັບເລື່ອງ ນໍາ ອັງກິດ ຖອນຕົວອອກຈາກ ອີຢູ ໃຫ້ຖືກຕ້ອງຕາມກໍານົດເວລາ ແລະບໍ່ເລື່ອນເວລາໄປຕື່ມອີກ.