ລັດຖະບານປະກາດໃຊ້ແຜນການສັງລວມພັດທະນາເສດຖະກິດທາງທະເລ ແບບຍືນຍົງ

ແຜນການສັງລວມຮອດປີ 2030, ວິໄສທັດຮອດປີ 2045 ໄດ້ຍົກອອກເນື້ອໃນ, ມາດຕະການ 6 ຢ່າງຄື ທີໜຶ່ງແມ່ນກ່ຽວກັບການຄຸ້ມຄອງທະເລ ແລະ ມະຫາສະໝຸດ, ຄຸ້ມຄອງເຂດຝັ່ງທະເລ; ທີສອງແມ່ນກ່ຽວກັບການພັດທະນາເສດຖະກິດຢູ່ທະເລ, ແຄມທະເລ; ທີສາມແມ່ນກ່ຽວກັບການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວັດທະນະທໍາທາງທະເລ; ທີສີ່ ແມ່ນກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ພັດທະນາແຫຼ່ງຊັບພະຍາກອນມະນຸດທາງທະເລ; ທີຫ້າແມ່ນກ່ຽວກັບສິ່ງແວດລ້ອມ, ການຮັບມືກັບໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ... ທີ່ຫົກແມ່ນຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ.

ໃນນັ້ນ, ສໍາລັບການພັດທະນາເສດຖະກິດທາງທະເລ, ແຄມທະເລນັ້ນ, ມາດຕະການໂດຍມະຕິສະບັບດັ່ງກ່າວໄດ້ຍົກອອກແມ່ນ ຕ້ອງລົງທຶນພັດທະນາໂຄງສ້າງພື້ນຖານໂຄງລ່າງ, ພື້ນຖານດ້ານວັດຖຸເຕັກນິກໃນຂະແໜງການທ່ອງທ່ຽວໃຫ້ແກ່ບັນດາບໍລິເວນຈຸດສຸມ, ເຂດທີ່ເປັນກໍາລັງໜູນພັດທະນາການທ່ອງທ່ຽວເຂດແຄມທະເລ, ໝູ່ເກາະ.

ແຜນການດ່ັງກ່າວກໍໄດ້ວາງອອກເປົ້າໝາຍພັດທະນາລະບົບທ່າກໍ່າປັ່ນ ຕາມການວາງແຜນຜັງສັງລວມ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ການຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ.