(ພາບ: VGP)
ນີ້ແມ່ນຄຳຢືນຢັນຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ທີ່ພິທີປະກາດຜະລິດຕະພັນທີ່ບັນລຸລາງວັນເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຄັ້ງທີ 10 ໃນປີ 2026, ດ້ວຍຫົວຂໍ້ "ກະແສເຄື່ອງໝາຍການຄ້າ ຫວຽດນາມ" ເຊິ່ງໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 16 ຕຸລາ, ທີ່ ຮ່າໂນ້ຍ.
ດ້ວຍສາມຄຸນຄ່າຫຼັກ: ຄຸນນະພາບ - ການປ່ຽນແປງໃໝ່, ປະດິດຄິດສ້າງ - ກຳລັງຄວາມສາມາດນຳໜ້າ, ໃນການຄັດເລືອກປີນີ້ມີ 499 ຜະລິດຕະພັນ, ການບໍລິການຂອງ 227 ວິສາຫະກິດໄດ້ຮັບການເຊີດຊູ.
ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ຜ່ານໄລຍະ 23 ປີແຫ່ງກໍ່ສ້າງ ແລະ ພັດທະນາ, ໂຄງການເຄື່ອງໝາຍການຄ້າແຫ່ງຊາດ ໄດ້ສ້າງຂີດໝາຍບາດກ້າວເຕີບໃຫຍ່ກະໂດດຂັ້ນຂອງວິສາຫະກິດ ຫວຽດນາມ.
“ລັດຖະບານຈະສືບຕໍ່ຮ່ວມເດີນທາງພ້ອມກັບວິສາຫະກິດເພື່ອຫັນຄວາມສາມາດບົ່ມຊ້ອນໃຫ້ກາຍເປັນມູນຄ່າ, ຫັນຄວາມຄາດຫວັງໃຫ້ກາຍເປັນຜົນສຳເລັດ, ຜົນງານ. ຂ້າພະເຈົ້າໄດ້ຕັ້ງຄວາມຫວັງ ແລະ ປາດຖະໜາວ່າ ຫວຽດນາມ ຈະມີຫຼາຍເຄື່ອງໝາຍການຄ້າ ເມື່ອເວົ້າເຖິງຊື່ຜູ້ບໍລິໂພກບໍ່ວ່າຢູ່ປະເທດໃດກໍ່ຕາມ ກໍ່ຈະຮູ້ໃນທັນທີ່ວ່າເປັນຍີ່ຫໍ້ ຫວຽດນາມ ຕິດພັນກັບຄຸນນະພາບ, ພູມປັນຍາ, ຄຸນນະທາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ”.
