ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາວິສາຫະກິດ ແລະ ນັກລົງທຶນ ໂຮນລັງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາວິສາຫະກິດ ແລະ ນັກລົງທຶນ ໂຮນລັງ ຢາກຊອກຫາບັນດາກາລະໂອກາດການລົງທຶນຢູ່ຫວຽດນາມ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແຈ້ງໃຫ້ບັນດານັກລົງທຶນຮັບຊາບ ບັນດາຈຸດຕົ້ນຕໍຂອງພື້ນຖານເສດຖະກິດ ຫວຽດນາມ ຄື: ຫວຽດນາມ ມີສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ແມ່ນສະຖານທີດຶງດູດບັນດາບໍລິສັດແຖວຫນ້າຂອງໂລກໃນຫລາຍປີຜ່ານມາ, ໃນນັ້ນ ມີບັນດານັກລົງທຶນຂອງໂຮນລັງ. ຫວຽດນາມ ມີລະດັບການເຕີບໂຕເສດຖະກິດສູງ, ຂອບຂະຫນາດ GDP ບັນລຸປະມານ 160 ຕື້ USD, ພື້ນຖານເສດຖະກິເປີດ ດ້ວຍການເຂົ້າຮ່ວມຫລາຍສັນຍາການຄ້າເສລີ, ມີມູນຄ່ານຳເຂົ້າສົ່ງອອກປະມານ 400 ຕື້ USD ໃນປີ 2017. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຄຳໝັ້ນສັນຍາວ່າ: ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ ໂຮນລັງ ມາລົງທຶນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກບັນດານັກລົງທຶນ ໂຮນລັງ ຮ່ວມມືກັບວິສາຫະກິດຫວຽດນາມ ໃນຂົງເຂດພັດທະນາຕະຫລາດເຕັກໂນໂລຊີ.