
ທ່ານ ຫງວຽນຈີ໋ຢຸງ, ເອກອັກຄະລັດຖະທູດ
ຫົວໜ້າຄະນະປະຕິບັດງານຫວຽດນາມຢູ່ ເຊີແນວ
(ພາບ: TTXVN)
(vovworld) - ໂດຍຮັບຄຳເຊີນຂອງທ່ານປະທານຝ່າຍບໍລິຫານເວທີປາໄສເສດຖະກິດໂລກ Klaus Schwab (WEF), ວັນທີ 18/1, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ ເຊິ່ງຈັດຕັ້ງຢູ່ນະຄອນ Davos , ປະເທດ ສະວິດ. ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ອນທີ່ຈັດກອງປະຊຸມ, ທ່ານ ຫງວຽນຈີ໋ຢຸງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຫວຽດນາມຢູ່ ເຊີແນວ, ປະເທດ ສະວິດ, ໃຫ້ຮູ້ວ່າ, ນັບແຕ່ເຂົ້າຮ່ວມ WEF ເມື່ອປີ 1989, ການພົວພັນລະຫວ່າງ ຫວຽດນາມ - WEF ໄດ້ພັດທະນາຢ່າງວ່ອງໄວໃນຫຼາຍດ້ານ. ຍາມໃດ ຫວຽດນາມກໍ່ຕັ້ງໜ້າເຂົ້າຮ່ວມບັນດາຂໍ້ລິເລີ່ມຂອງ WEF ຢ່າງມີປະສິດທິຜົນ. ບັນດາວິສາຫະກິດ ຫວຽດນາມ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ WEF ເທື່ອລະກ້າວ, ແລະ 11 ກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງ ຫວຽດນາມ ໄດ້ກາຍເປັນສະມາຊິກ WEF. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ: ກອງປະຊຸມ Davos 2017 ມີຫົວຂໍ້ວ່າ “ການນຳມີການກະທຳ ແລະ ມີຄວາມຮັບຜິດຊອບ“ ກໍ່ເໝາະສົມກັບຄວາມຕັດສິນໃຈຂອງ ຫວຽດນາມໃນການກໍ່ສ້າງລັດຖະບານແຫ່ງຄວາມບໍລິສຸດ, ສ້າງສາພັດທະນາ, ກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ.
