ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson (ພາບ: AFP/Getty Images) |
ເພື່ອແນໃສ່ປຶກສາຫາລືກ່ຽວກັບວິກິດການຢູ່ ຊີຣີ ແລະ ວິວັດທະນາການສັນຕິພາບຕາເວັນອອກກາງ. ໃນການຢ້ຽມຢາມ ອີຢິບ ເປັນເວລາ 2 ວັນ, ທ່ານລັດຖະມົນຕີການຕ່າງປະເທດ Tillerson ຄາດວ່າຈະມີການພົບປະກັບທ່ານປະທານາທິບໍດີ ອີຢິບ Abdel Fatah al-Sisi ໃນວັນທີ 12 ກຸມພາ ເພື່ອປຶກສາຫາລືກ່ຽວກັບວິວັດທະນາການສັນຕິພາບຕາເວັນອອກກາງ, ບັນດາມາດຕະການເພີ່ມທະວີການພົວພັນລະຫວ່າງ ອາເມລິກາ ແລະ ອີຢິບ, ຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

