ວັນທີ 14 ຕຸລາ, ​ກ່າວ​ຄຳ​ເຫັນ​ທີ່ການພົບປະກັບທ່ານ Sergei Lavrov, ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຢູ່ນອກກອງປະຊຸມສຸດຍອດ CICA ຄັ້ງທີ 7 ຢູ່ Azerbaijan, ທ່ານ ຫວາງ​ອີ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືຢ່າງ​ແໜ້ນ​ແຟ້ນກັບບັນ​ດາສະມາຊິກຂອງກອງປະຊຸມ​ສົມ​ທົບ​ກັນ​ກະ​ທຳ ແລະ ​ບັນ​ດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ​ຢູ່ອາຊີ (CICA), ​ໃນ​ນັ້ນມີ ລັດເຊຍ, ປະຕິບັດລັດທິຫຼາຍຝ່າຍ​ຢ່າງ​ແທ້​ຈິງ ແລະ ປະກອບສ່ວນຢ່າງ​ຮອບ​ດ້ານເຂົ້າໃນການ​ສ້າງ​ການ​ຄຸ້ມຄອງ​ທົ່ວໂລກ​ໃຫ້​ສົມ​ບູນ​ແບບ.

ທີ່​ການພົບປະ, ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ປຶກສາຫາລືກ່ຽວກັບ​ບັນ​ດາ​ການ​ພົບ​ປະ​ຂັ້ນສູງລະຫວ່າງ ຈີນ ແລະ ລັດເຊຍ ໃນ​ໄລ​ຍະຈະມາເຖິງ, ​ກໍ່​ຄື​ສົມ​ທົບ​ຫຼັກ​ໝັ້ນກ່ຽວກັບບັນຫາພາກ​ພື້ນ ແລະ ​ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ກ່ຽວກັບການ​ປະ​ທະ​ກັ​ນ ລັດເຊຍ - ຢູແກຼນ, ຈີນ ສືບຕໍ່ຮຽກຮ້ອງໃຫ້ທຸກຝ່າຍຢຸດຍິງ, ຊຸກ​ຍູ້ການ​ສົນ​ທະ​ນາ ແລະ ຊອກຫາວິທີ​ການແກ້ໄຂ​ທາງການເມືອງຜ່ານການເຈລະຈາ.