|
ລັດຖະມົນຕີການຕ່າງປະເທດຕວກກີ,ລັດເຊຍແລະອີຣານຈະພົບປະກັນ ຢູ່ມົດສະກູເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ (ພາບ: THX/TTXVN) |
ຕາມຖະແຫຼງການຂອງກະຊວງການຕ່າງປະເທດຕວກກີແລ້ວ, ລັດຖະມົນຕີການຕ່າງປະເທດ 3 ປະເທດ ຕວກກີ, ລັດເຊຍ ແລະ ອີຣານ ເຊິ່ງເປັນບັນດາປະເທດອຸປະຖຳຮູບແບບການເຈລະຈາ Astana ແນໃສ່ຊຸກຍູ້ວິວັດທະນາການສັນຕິພາບຢູ່ຊີຣີ, ຈະຈັດກອງປະຊຸມຢູ່ນະຄອນຫຼວງມົດສະກູ ໃນວັນທີ 28 ເມສາ.
ກ່ອນໜ້ານັ້ນ, ວັນທີ 04 ເມສາ, ຢູ່ນະຄອນຫຼວງ ອານກາຣາ ປະເທດຕວກກີ ໄດ້ດຳເນີນກອງປະຊຸມສຸດຍອດ 3 ຝ່າຍ, ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີຕວກກີ. ການນຳທັງ 3 ທ່ານໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການຮ່ວມມື ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງໄລຍະຍາວລະຫວ່າງບັນດາຝ່າຍປະທະກັນຢູ່ຊີຣີ.

