ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper (ພາບ: TTXVN)

ຈຸດປະສົງຂອງການຢ້ຽມຢາມ ຂອງທ່ານລັດຖະມົນຕີ Esper ຄັ້ງນີ້ ໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ນໍາບັນດາການເຈລະຈາກັບ ຕາລີບານ ກັບຄືນສູ່ຖືກທິດ ພາຍຫຼັງ ທ່ານປະທານາທິບໍດີ Donald Trump ໂຈະການເຈລະຈາຢ່າງກະທັນຫັນເມື່ອເດືອນກັນຍາຜ່ານມາ. ນີ້ກໍແມ່ນການຢ້ຽມຢາມ ອາບການິດສະຖານ ຄັ້ງທໍາອິດຂອງທ່ານ Esper ນັບແຕ່ເມື່ອທ່ານຮັບດໍາລົງຕໍາແໜ່ງໃນເດືອນກໍລະກົດຜ່ານມາ.

ຄາດວ່າ ທ່ານລັດຖະມົນຕີ Mark Esper ຈະເຂົ້າຢ້ຽມຂໍ່ານັບທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ແລະ ພົບປະກັບພົນທະຫານ ອາເມລິກາ ທີ່ພວມປະຈໍາຢູ່ ອາບການິດສະຖານ.