ບັນດາການເຈລະຈາລະຫວ່າງ ອິດສະລາແອັນ ແລະ ລີບັງ, ໂດຍອາເມລິກາ ເປັນຄົນກາງໄກ່ເກ່ຍ, ສຸມໃສ່ການແລກປ່ຽນສະເລີຍເສິກ. ບັນຊີລາຍຊື່ ບັນດາສະເລີຍເສິກໄດ້ຮັບການແລກປ່ຽນໃນເບື້ອງຕົ້ນ ແລະ ຝ່າຍລີບັງໄດ້ເນັ້ນໜັກເຖິງການປະຕິບັດການແລກປ່ຽນກຸ່ມສະເລີຍເສິກທຳອິດໂດຍໄວ. ລີບັງພວມຊຸກຍູ້ການເປີດກວ້າງບັນດາເຂດທົດລອງ, ແມ່ນເຂດກອງທັບລີບັງ ຮັບເອົາ ແລະ ບໍລິຫານຈາກກອງທັບອິດສະລາແອັນ ຢູ່ທາງທິດໃຕ້ລີບັງ. ຕາມນັ້ນແລ້ວ, ຝ່າຍລີບັງຮຽກຮ້ອງຕ້ອງເພີ່ມບັນດາເຂດຄື Bint Jbeil ແລະ Khiam, ນອກຈາກບັນດາເຂດທີ່ໄດ້ຮັບການຕົກລົງກັນກ່ອນນັ້ນແມ່ນ Zawtar Al-Gharbiya, Froun ແລະ Srifa. ເຖິງຢ່າງໃດກໍຕາມ, ສອງຝ່າຍຍັງບໍ່ທັນບັນລຸຄວາມເຫັນດີເປັນເອກະພາບກ່ຽວກັບບັນຫານີ້ເທື່ອ.
ລີບັງ ແລະ ອິດສະລາແອັນ ສິ້ນສຸດການເຈລະຈາຮອບທີ 7
[VOVWORLD] - ອິດສະລາແອັນ ແລະ ລີບັງໄດ້ສິ້ນສຸດການເຈລະຈາຮອບທີ 7 ໃນວັນທີ 6 ສິງຫາ, ພາຍຫຼັງການເຈລະຈາເປັນເວລາ 3 ວັນຢ່າງຕໍ່ເນື່ອງຢູ່ ອີຕາລີ, ສຸມໃສ່ເຂົ້າໃນການແລກປ່ຽນສະເລີຍເສິກ ແລະ ມອບຮັບ “ເຂດທົດລອງ”.
