ການປະຊຸມຂ່າວໃນຕອນບ່າຍວັນທີ 17 ພຶດສະພາ

ທີ່ການປະຊຸມຂ່າວ, ທ່ານລັດຖະມົນຕີ ມາຍຕ໋ຽນຢູ້ງ ຢັ້ງຢືນວ່າ: ຍາມໃດລັດຖະບານກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດ, ສ້າງເງື່ອນໄຂເພື່ອໃຫ້ເສດຖະກິດພາກເອກະຊົນກາຍເປັນກຳລັງສຳຄັນຂອງພື້ນຖານເສດຖະກິດ. ກໍ່ທີ່ການປະຊຸມຂ່າວ, ເມື່ອຕອບຄຳຖາມກ່ຽວກັບການເກັບຄ່າສຳຜັດທຶນ, ສ້າງເງື່ອນໄຂກ່ຽວກັບທຶນ ໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ພັດທະນາ, ທ່ານ ດ່າວມິງຕູ໋, ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ, ໃຫ້ຮູ້ວ່າ:

“ຫລຸດຄ່າໃຊ້ຈ່າຍໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງແມ່ນຄວາມຕ້ອງການອັນຮີບດ່ວນ. ຫລຸດ ຄ່າໃຊ້ຈ່າຍ ເພື່ອສຳຜັດທຶນ ສາມາດປະຕິບັດດ້ວຍຫຼາຍວິທີ ແຕ່ຄວາມຈຳເປັນໃນປະຈຸບັນແມ່ນເຮັດແນວໃດເພື່ອຫລຸດຜ່ອນອັດຕາດອກເບ້ຍເງິນກູ້ຢຶມ, ສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງບັນດາທະນາຄານການຄ້າບົນພື້ນຖານປະຢັດຄ່າໃຊ້ຈ່າຍໃຫ້ເໝາະສົມ.”