ພາຍຫຼັງ 1 ປີເຄື່ອນໄຫວ ລົດໄຟຮ່າໂນ້ຍ The Hanoi Train - ຮ່າໂນ້ຍ 5 ປະຕູເຂົ້າເມືອງ, ລົດໄຟໂດຍບໍລິສັດ BHL ເຄື່ອນໄຫວໄດ້ປະຕິບັດ ເກືອບ 400 ຖ້ຽວ, ຮັບໃຊ້ແຂກທ່ອງທ່ຽວເກືອບ 100.000 ເທື່ອຄົນ, ໃນນັ້ນ ແຂກທ່ອງທ່ຽວສາກົນກວມເອົາປະມານ 40%, ສ່ວນຫຼາຍມາຈາກຝລັ່ງ, ອົດສະຕາລີ, ຈີນ, ສ.ເກົາຫຼີ. ວັນທີ 19 ສິງຫາ 2025, ຮ່າໂນ້ຍ 5 ປະຕູເຂົ້າເມືອງໄດ້ປະຕິບັດຖ້ຽວລົດທຳອິດ ແລະ ນັບແຕ່ວັນທີ 6 ກັນຍາ 2025, ລົດໄຟໄດ້ເລີ່ມເຄື່ອນໄຫວດ້ວຍຄວາມຖີ່ 1ຖ້ຽວ/ວັນ, ຕາມຂະບວນການເດີນທາງແຕ່ສະຖານີລົດໄຟ ຮ່າໂນ້ຍ - ຕື່ມເຊີນ - ລອງບຽນແລ້ວກັບເມືອສະຖານີລົດໄຟ ຮ່າໂນ້ຍ. ໃນຖ້ຽວລົດນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມທິວທັດທຳມະຊາດເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວຢູ່ໃນທ່າມກາງບັນຍາກາດວັດທະນະທຳອີກດ້ວຍ.
