ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຮຽກຮ້ອງໃຫ້ TKV ສືບຕໍ່ເສີມຂະຫຍາຍບົດບາດເປັນລັດວິສາຫະກິດສວມບົດບາດແກ່ນສານໃນຂົງເຂດຖ່ານຫີນ ແລະ ແຮ່ທາດ; ສຸມໃສ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການຢ່າງຄົບຊຸດ ແນໃສ່ປະຕິບັດສຳເລັດ ແລະ ລື່ນຄາດໝາຍຜະລິດດຳເນີນທຸລະກິດໃນປີ 2026 ແລະ ແຜນການໄລຍະ 2026 – 2030. ທ່ານກ່າວວ່າ:
“ສືບຕໍ່ຮັບປະກັນໃຫ້ການຜະລິດຖ່ານຫີນເປັນປົກກະຕິ, ປອດໄພ, ມີປະສິດທິຜົນ, ສູ້ຊົນປະຕິບັດສຳເລັດບັນດາຄາດໝາຍຜະລິດດຳເນີນທຸລະກິດທີ່ໄດ້ຮັບມອບໝາຍໃນປີ 2026 ແລະ ໃນໄລຍະ 2026 – 2030. ເປັນເຈົ້າການສຳຫຼວດກວດກາຄືນບັນດາໂຄງການລົງທຶນຂຸດຄົ້ນຖ່ານຫີນ, ແຮ່ທາດທັງໝົດ; ຍູ້ແຮງຄວາມຄືບໜ້າຂອງບັນດາໂຄງການທີ່ມີເງື່ອນໄຂຢ່າງພຽງພໍ; ຄົ້ນຄວ້າໝູນໃຊ້ວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ຫັນເປັນອັດຕະໂນມັດ, ຍົກສູງສະມັດຕະພາບການອອກແຮງງານ, ຫຼຸດຜ່ອນຕົ້ນທຶນການຜະລິດ, ຍົກສູງອັດຕາເກັບຊັບພະຍາກອນມະນຸດຄືນ.”
ສຳລັບຂົງເຂດແຮ່ທາດ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເນັ້ນໜັກຄວາມ ຮຽກຮ້ອງໃຫ້ TKV ຍູ້ແຮງການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ຫັນເປັນດີຈີຕອນ, ຫັນເປັນອັດຕະໂນມັດ, ພັດທະນາຮູບແບບບໍ່ແຮ່ອັດສະລິຍະ; ຊຸກຍູ້ການພັດທະນາເສດຖະກິດໝູນວຽນ, ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ, ຫຼຸດຜ່ອນການປ່ອຍອາຍພິດ ແລະ ປົກປັກຮັກສາສິ່ງແວດລ້ອມ.
