ວັນທີ 14 ກໍລະກົດ, ກະຊວງປ້ອງກັນປະເທດ ສະຫະລັດ ອາຣັບ ເອມມີເລດ ໃຫ້ຮູ້ວ່າ ກ່ຳປັ່ນຂົນສົ່ງນ້ຳມັນ 2 ລຳ Mombasa ແລະ Al Bahiyah ຖືກ ອີຣານ ບຸກໂຈມຕີດ້ວຍລູກສອນໄຟນຳວິຖີຢູ່ເຂດທາງທິດໃຕ້ຂອງຊ່ອງແຄບທະເລ Hormuz, ຂຶ້ນກັບເຂດທະເລ ໂອມານ. ເຫດບຸກໂຈມຕີດັ່ງກ່າວໄດ້ເຮັດໃຫ້ລູກເຮືອຊາວ ອິນເດຍ ໜຶ່ງຄົນໃນກ່ຳປັ່ນ Mombassa ເສຍຊີວິດ ແລະ ມີຜູ້ບາດເຈັບທັງໝົດ 8 ຄົນ, ໃນນັ້ນ ມີ 6 ຄົນເປັນພົນລະເຮືອນ ອິນເດຍ ແລະ ຊາວ ຢູແກຼນ 2 ຄົນ.
ກະຊວງປ້ອງກັນປະເທດ UAE ໄດ້ກ່າວປະນາມເຫດບຸກໂຈມຕີດັ່ງກ່າວຢ່າງແຮງ, ຖືນີ້ແມ່ນການກະທຳລະເມີດກົດໝາຍສາກົນຢ່າງຮ້າຍແຮງ ແລະ ນາບຂູ່ເຖິງຄວາມປອດໄພໃນການເດີນເຮືອຢູ່ໜຶ່ງໃນບັນດາເສັ້ນທາງຂົນສົ່ງພະລັງງານສຳຄັນທີ່ສຸດຂອງໂລກ.
ດິ່ງນາມ - ນັກຂ່າວ VOV ປະຈຳ New Delhi
