ທ່ານນາຍົກລັດຖະມົນຕີ Justin Trudeau (ພາບ: AFP/TTXVN)

ລັດຖະບານ ຂອງທ່ານນາຍົກລັດຖະມົນຕີ Justin Trudeau ເນັ້ນໜັກວ່າ ໃນຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ທຸກບັນຫາສຳຄັນສຳລັບປະຊາຊົນ ການາດາ, ເຊິ່ງລວມທັງບັນຫາຄວາມໝັ້ນຄົງແຫ່ງຊາດ, ຄວາມວັດທະນາຖາວອນຂອງເສດຖະກິດ, ເຄົາລົບກົດໝາຍສາກົນ, ຄຸນຄ່າປະຊາທິປະໄຕ, ສຸຂະພາບຂອງວົງຄະນະຍາດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ສິດທິມະນຸດ - ຈະໄດ້ສ້າງເປັນຮູບເປັນຮ່າງ ດ້ວຍບັນດາສາຍພົວພັນຂອງປະເທດ ອາເມລິກາ ເໜືອ (ພ້ອມກັບປະເທດສຳພັນທະມິດ ແລະ ຄູ່ຮ່ວມມື) ກັບບັນດາປະເທດໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

ການາດາ ຢັ້ງຢືນວ່າ ມະຫາສະໝຸດອິນເດຍ - ປາຊີຟິກ ພວມນຳມາເຊິ່ງກາລະໂອກາດໃໝ່, ຮຽກຮ້ອງຕ້ອງມີການປ່ຽນແປງແບບຍຸກສະໄໝໃນນະໂຍບາຍການຕ່າງປະເທດຂອງ ການາດາ, ເພື່ອຮັບປະກັນໃຫ້ປະຊາຊົນປະເທດນີ້ ແລະ ປະຊາຊົນໃນພາກພື້ນ ໄດ້ຊົມໃຊ້ຜົນປະໂຫຍດຈາກການເຂົ້າຮ່ວມຂອງ ການາດາ.