ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ກຳ​ປູ​ເຈຍ, ວັນ​ທີ 07 ສິງ​ຫາ, ທ່ານ Mohamed Khaled Nordin, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ໄດ້​ພົບ​ປະ​ກັບ​ທ່ານ Hun Manet, ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ.

ທີ່​ການ​ພົບ​ປະ, ທ່ານ Mohamed Khaled Nordin, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ໄດ້​ຢືນ​ຢັນ​ຄືນ​ໃໝ່ຄຳ​ໝັ້​ນ​ສັນ​ຍາ​ຂອງ ມາ​ເລ​ເຊຍ ໃນ​ເລື່ອງ​ສືບ​ຕໍ່​ປັບ​ປຸງ ແລະ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ກັບ ກຳ​ປູ​ເຈຍ, ພິ​ເສດ​ແມ່ນ​ຜ່ານ​ການ​ສົມ​ທົບ​ກັນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ 2 ປະ​ເທດ; ​ເປີດ​ບັນ​ດາ​ລາຍ​ການ​ບຳ​ລຸງ​ສ້າງໃຫ້​ແກ່ ກຳ​ປູ​ເຈຍ ແລະ ຄົ້ນ​ຄວ້າ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ຄື: ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ, ການ​ຮັບ​ມື​ກັບ​ບັນ​ດາ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່, ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ທະ​ເລ...

ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet ຕີ​ລ​າ​ຄາ​ສູງ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ຜ່ານ​ການ​ຮ່ວມ​ມື 2 ຝ່າຍ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ. ທີ່​ການ​ພົບ​ປະ, 2 ຝ່າຍກໍ່​ໄດ້​ແລ​ກ​ປ່ຽນ​ກ່ຽວ​ກັບ​ບັນ​ຫາ​ຈຳ​ນ​ວນ​ໜຶ່ງ​ຢູ່​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.