ວັນ​ທີ 15 ສິງ​ຫາ, ກຳ​ລັງ​ຄວາມ​ໝັ້ນ​ຄົງ ມາ​ຣົກ ໄດ້​ສະ​ກັດ​ກັ້ນ​ຊາວ​ອົບ​ພະ​ຍົບ​ນັບ​ຮ້ອຍ​ຄົນ, ສ່ວນ​ຫຼາຍ​ແມ່ນ​ມາ​ຈາກ​ທິດ​ໃຕ້ທະ​ເລ​ຊາຍ Sahara ທີ່ຊອກ​ຫາ​ວິ​ທີ​ຂ້າມ​ແດນແບບ​ຜິ​ດ​ກົດ​ໝາຍ​ເຂົ້າ​ນະ​ຄອນ Ceuta ຂອງ ແອັດ​ສະ​ປາຍ. ບັນ​ດາ​ຜູ້​ຄົນ​ດັ່ງ​ກ່າວ​ໄດ້​ເຕົ້າ​ໂຮມ ແລະ ລີ້​ຕົວ​ຢູ່​ເຂດ​ພູ​ດອຍ​ຢູ່​ຊານ​ນະ​ຄອນ Fnideq, ໃກ້​ກັບ Ceuta.

ເຫດ​ການ​ເກີດ​ຂຶ້ນ​ໃນ​ສະ​ພາບ​ທີ່ ມາ​ຣົກ ໄດ້​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ໝັ້ນ​ຄົງ​ຢູ່​ຕາມ​ເຂດ​ຊາຍ​ແດນ​ທາງ​ທິດ​ເໜືອ​ຫຼາຍ​ພໍ​ສົມ​ຄວນ, ພາຍ​ຫຼັງທີ່ປະກົດ​ມີ​ບັນ​ດາ​ຄຳ​ຮຽກ​ຮ້ອງຊັກຊວນ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ດຳ​ເນີນ​ການ​ຂ້າມ​ແດນ​ລວມ​ໝູ່​ເຂົ້າ Ceuta ຄັ້ງໃໝ່ ໃນ​ວັນ​ທີ 15 ສິງ​ຫາ.

ໃນ​ຊຸມມື້​ມໍ່ໆ​ມານີ້, ອຳ​ນາດ​ການ​ປົກ​ຄອງ ມາ​ຣົກ ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​​ຢູ່​ອ້ອມຊານ​ນະ​ຄອນ Fnideq ແລະ ບັນ​ດາ​ເສັ້ນ​ທາງ​ທີ່ຈະພາ​ໄປ​ເຖິງ Ceuta, ຜັນ​ຂະ​ຫຍາຍ​ຫຼາຍ​ຕຳ​ຫຼວດ ແລະ ທະ​ຫານ, ພ້​ອມ​ກັບ​ພາ​ຫະ​ນະ​ລາດ​ຕະ​ເວນ ແລະ ອຸ​ປະ​ກອນ​ຕິດ​ຕາມກວດ​ກາຫຼາຍ​ພໍ​ສົມ​ຄວນ.