ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫາ​ກໍ່​ປຸກ​ລະ​ດົມ​ລາງວັນ “ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ Make in Viet Nam” ປີ 2026, ເພື່ອ​ແນ​ໃສ່​ເຊີດ​ຊູບັ​ນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ໄດ້​ຄົ້ນ​ຄ້ວາ, ອອກ​ແບບ, ປ​ະ​ດິດ​ສ້າງ ແລະ ກາ​ນ​ຜະ​ລິດ​ຢູ່ ຫວຽດ​ນາມ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ພາຍ​ໃນ​ປະ​ເທດ ແລະ ມຸ່ງ​ໄປ​ເຖິງ​ຕະຫຼາດ​ສາ​ກົນ.

ຕາມ​ທ່ານ ຫງວຽນ​ຄັກ​ລິກ, ຫົວ​ໜ້າ​ກົມ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ) ແລ້ວ, ລາງວັນ​ປີ​ນີ້​ໄດ້​ສຸມ​ໃສ່​ເຊີດ​ຊູ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຂີດ​ໝາຍ​ປັນ​ຍາ​ຫວຽດ, ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ທົ່ວ​ປວງ​ຊົນ, ຮອບ​ດ້ານ; ຍູ້​ແຮງ​ການ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ (AI), ຜະ​ລິດ​ອັດ​ສະ​ລິ​ຍະ ແລະ ມຸ່ງ​ໄປ​ເຖິງ​ຄວາມເປັນ​ເຈົ້າ​ຂອງ​ບັນ​ດາ​ເຕັກ​ໂນ​ໂລ​ຢີຫຼັກ, ເຕັກ​ໂນ​ໂລ​ຢີ​ພື້ນ​ຖານ, ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ.

8 ລາ​ງວັນ​ຂອງ​ການ​ແຂ່ງ​ຂັນ​ປີ 2026 ລ​ວມ​ມີ: ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ດີ​ເດັ່ນ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ກໍ່​ສ້າງ, ກະ​ສິ​ກຳ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ຄົມ​ມະ​ນາ​ຄົມ​ການ​ຂົນ​ສົ່ງ, ໄປ​ສະ​ນີ ແລະ ການ​ຂົນ​ສົ່ງ; ການ​ສຶກ​ສາ, ການ​ແພດ, ວັດ​ທະ​ນະ​ທຳ, ສັງ​ຄົມ; ການ​ເງິນ, ທະ​ນາ​ຄານ, ການ​ຄ້າ, ການ​ບໍ​ລິ​ການ; ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ດີ​ເດັ່ນ​ໃຫ້​ແກ່​ຕະຫຼາດ​ຕ່າງ​ປະ​ເທດ; ຜະ​ລິດ​ຕະ​ພັນ​ປັນ​ຍາ​ປະ​ດິດ​ດີ​ເດັ່ນ; ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດີ​ເດັ່ນ.