ພິ​ທີມອ​ບ​ລາງວັນ​ການ​ເສັງບົດຂຽນ​ການ​ເມືອງ​ກ່ຽວ​ກັບ​ການ​ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ ​ຄັ້ງ​ທີ 6, ປີ 2026 ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 18 ຕຸ​ລາ ຢູ່​ຮ່າ​ໂນ້ຍ. ທ່ານ ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳການ​ປົກ​ປ້ອງ​ພື້ນ​ຖານແນວຄິດ​ຂອງ​ພັກ, ຕໍ່​ສູ້​ຕ້ານ​ບັນ​ດາ​ທັດ​ສະ​ນະທີ່​ຜິດ​ເຂວ, ເປັນປໍ​ລະ​ປັກ (ຄະ​ນະ​ຊີ້​ນຳ 35) ສູນ​ກາງ ເຂົ້າ​ຮ່ວມ​ເຫດ​ການ.

ພາຍຫຼັງການ​ປຸ​ກ​ລະ​ດົມ ກວ່າ 9 ເດືອນ, ການ​ເສັງ​ໄດ້​ຮັບບົດຂຽນ​​ກວ່າ 905.000 ບົດ​ຂຶ້ນ​ກັບຫຼາຍ​ປະ​ເພດ​ຄື: ວາ​ລະ​ສານ, ຂ່າວກະ​ຈາຍ​ສຽງ​, ໂທ​ລະ​ພາບ ແລະ ວີ​ດີ​ໂອ​ຄຼິບ. ນີ້​ແມ່ນ​ຈຳ​ນວນຜົນງານ​ບົດຂຽນທີ່ສົ່ງ​ເຂົ້າ​ຮ່ວມກ​ານ​ເສັງຫຼາຍ​ທີ່​ສຸດ. ຕາມ​ຄະ​ນະ​ຊີ້​ນຳ​ການ​​ເສັງ, ຄຸນ​ນະ​ພາບ​ຜົນ​ງານບົດຂຽນ​ນັບ​ມື້​ນັບ​ໄດ້​ຍົກ​ສູງ, ສາມາດສະ​ແດງ​ໃຫ້​ເຫັນ​ທິດ​ສະ​ດີອ້າງອີງ​ແຫຼມ​ຂົມ, ລັກ​ສະ​ນະ​ຕໍ່​ສູ້, ອ້າງຫຼັກຖານ​ທີ່​ຊວນ​ເຊື່ອ, ຕິດ​ແທດ​ກັບພຶດ​ຕິ​ກຳ​ຕົວ​ຈິງຂອງ​ປະ​ເທດ​ຊາດ. ຜູ້​ຂຽນ​ແມ່ນ​ຂຶ້ນ​ກັບຫຼາຍ​ຊັ້ນ​ຄົນ, ມາ​ຈາກ​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ປະ​ຊ​າ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ນັບ​ທັງ​ເຂົ້າ​ຮ່ວມ​ຂອງ​ຜູ້​ຂຽນທີ່ເປັນ​ຊາວ​ຕ່າງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລາງວັນ, ທ່ານ ​ດວ່ານ​ມິງ​ຮວນ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິ​ນ, ຮອ​ງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ 35 ສູນ​ກາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​​ເສັງ ເນັ້ນ​ໜັກ​ວ່າ:

ສະ​ພາບ​ການ​ປັດ​ຈຸ​ບັນ​ມີ​ທັງ​ກາ​ລະ​ໂອ​ກາດ​ທີ່ສະ​ດວກ ແລະ ສິ່ງ​ທ້າ​ທາຍ​, ຂໍ້​ຫຍຸ້ງ​ຍາກຫຼາຍ​ຢ່າງ. ບັນ​ດາອິດທິ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ, ປະ​ຕິ​ການ, ໂອກາດ​ການ​ເມືອງນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່, ພື້ນ​ຖານ​ດີ​ຈີ​ຕອນ ແລະ ວິທີການແກ້ບັນຫາ ເພື່ອ​ຕ້ານທຳ​ລາຍ​ຢ່າງ​ຂ້ຽວ​ຂາດ. ເພາະ​ສະ​ນັ້ນ, ການ​ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ​ຢ່າງ​ໝັ້ນ​ແກ່ນ ແມ່ນ​ໜ້າ​ທີ່​ໂດຍ​ພື້ນ​ຖານ, ເປັນ​ຕາຍ​ ແນ​ໃສ່​ຢັ້ງ​ຢືນ​ຄຸນ​ຄ່າ​ແບບຍືນ​ຍົງ, ພະ​ລັງ​ຊີ​ວິດ​ຂອງ​ລັດ​ທິມາກ -ເລ​ນິນ, ແນວ​ຄິດ​ປະ​ທານ​ໂຮ່​ຈີ​ມິນ, ທິດ​ສະ​ດີ​ກ່ຽວ​ກັບ​ແນວ​ທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ, ປົກ​ປ້ອງ​ສັດຈະ​ທຳ​, ການຕິ​ຊົມ ແລະ ຕໍ່​ສູ້​ລົບ​ລ້າງ​ບັນ​ດາ​ທັດ​ສະ​ນະ ແລະ ການ​ກະ​ທຳ​ທີ່​ຜິດ​ພາດ, ເປັນ​ປໍ​ລະ​ປັກ, ປະ​ຕິ​ການ, ປັບປຸງ​ຄວາມ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ພັກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງ​ຄົມ, ຍົກ​ສູງ​ກຳ​ລັງ​ຕໍ່​ສູ້​ຕໍ່​ທຸ​ກ​ກົນ​ອຸ​ບາຍມ້າງທຳ​ລາຍ.