ທ່ານຮອງນາຍົກລັດຖະມົນຕີ ຝ້າມບິງມິນໄດ້ ມອບຂໍ້ຕົກລົງແຕ່ງຕັ້ງຜູ້ອຳນວຍການໃຫຍ່ VOV ໃຫ້ແກ່ ທ່ານ ໂດ້ຕ້ຽນຊີ້

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຝ້າມບິງມິນ ໄດ້ສະແດງຄວາມຫວັງວ່າ ທ່ານ ໂດ້ຕ້ຽນຊີ້ ພ້ອມກັບໝູ່ຄະນະພະນັກງານ ວິທະຍຸກະຈາຍສຽງຫວຽດນາມ ຈະມານະພະຍາຍາມ ສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອສົມເປັນ “ສຽງຂອງຫວຽດນາມ” ,

ໃນໄລຍະທີ່ຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຝ້າມບິງມິນ ໄດ້ສະເໜີ ວິທະຍຸກະຈາຍສຽງຫວຽດນາມ ສືບຕໍ່ປະຕິບັດວຽກງານບຳລຸງກໍ່ສ້າງພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ, ຍູ້ແຮງການຄົ້ນຄ້ວານຳໃຊ້ເຕັກໂນໂນໂລຢີທັນສະໄໝ ເຂົ້າໃນການຜະລິດລາຍການ ໃຫ້ສອດຄ່ອງກັບທ່າອຽງຂອງພາກພື້ນ ແລະ ໂລກ, ປົກປັກຮັກສາຄວາມປອດໄພຢູ່ຮາກຖານຕ່າງໆຂອງ ວິທະຍຸກະຈາຍສຽງຫວຽດນາມ