ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ທີ່ພິທີມອບລາງວັນ

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນ Kovalevskaia 2018 ໃຫ້ແກ່ ໝູ່ຄະນະເອື້ອຍຄູພາກວິຊາເຕັກໂນໂລຊີສິ່ງແວດລ້ອມ, ພະແນກສິ່ງແວດລ້ອມ, ມະຫາວິທະຍາໄລວິທະຍາສາດທຳມະຊາດດ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຍ້ອນມີບັນດາການປະກອບສ່ວນເຂົ້າໃນການຄົ້ນຄ້ວາເຕັກໂນໂລຊີກຳຈັດ, ນຳໃຊ້ທາດເສດເຫຼືອ ແລະ ມອບລາງວັນສ່ວນບຸກຄົນໃຫ້ແກ່ ສາດສະດາຈານ, ປອ ຫງວຽນທູຮ່າ ຫົວໜ້າພາກວິຊາ ເຕັກໂນໂລຊີສິ່ງແວດລ້ອມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ກ່າວວ່າ :

“ ຂ້າພະເຈົ້າເຊື່ອໝັ້ນຕໍ່ຖັນແຖວນັກວິທະຍາສາດເວົ້າລວມ, ພິເສດແມ່ນບັນດາ ບຸກຄົນ ແລະ ໝູ່ຄະນະທີ່ໄດ້ຮັບ ລາງວັນ Kovalevskaia ຊຶ່ງຍາມໃດກໍແມ່ນບັນດາແກ່ນສານເພື່ອສົ່ງກຳລັງໄຟ, ສົ່ງແຮງບັນດານໃຈໃຫ້ແກ່ແມ່ຍິງຫວຽດນາມນັບສິບລ້ານຄົນບືນຕົວຂຶ້ນ, ອຸທິດສ່ວນຢ່າງສຸດຂີດໃຫ້ແກ່ປະເທດຊາດ ”