ມອບທຶນການສຶກສາ, ລົດຖີບໃຫ້ແກ່ນັກຮຽນ, ນັກສຶກສາແຂວງ ນາມດິ້ງ

(ພາບ: TTXVN)

ບັນດານັກຮຽນທີ່ໄດ້ຮັບທຶນການສຶກສາແມ່ນນັກຮຽນທຸກຍາກ, ເປັນເດັກກ່ຳພ້າ, ບັນລຸໄດ້ຜົນການຮ່ຳຮຽນດີ. ນີ້ແມ່ນປີທີ 7 ທີ່ສະມາຄົມສົ່ງເສີມການຮຽນແຂວງ ນາມດິ້ງ ຈັດພິທີມອບທຶນສຶກສາໃຫ້ນັກຮຽນທຸກຂັ້ນໃນແຂວງ.

ສ່ວນຢູ່ແຂວງດົ່ງນາຍ, ມີເດັກພິການ, ເດັກກ່ຳພ້າ ແລະ ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນແຂວງກໍໄດ້ຮັບທຶນການສຶກສາຈາກຄະນະກຳມະການປະຊາຊົນແຂວງດົ່ງນາຍ ແລະ ບໍລິສັດ ຕິ໊ນເງັ໊ຍ ມອບໃຫ້ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ.