ໃນ​ກະ​ແສ​ຟອງ​ອັນ​ຄຶກ​ຄື້ນ​ຂອງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ - ສິ​ລະ​ປະ, ງານ​ມະ​ໂຫລານ​ຟິມ​ຮູບ​ເງົາ​ສັ້ນ​ນະ​ຄອນ ໂຮ່​ຈີ​ມິນ​ ຄັ້ງ​ທີ 2 ບໍ່​ພຽງ​ແຕ່​ແມ່ນ​ເວ​ທີ​ປະ​ດິດ​ຄິດ​ສ້າງ​ສຳ​ລັບ​ຜູ້​ເຮັດ​ຮູບ​ເງົາ​ເທົ່າ​ນັ້ນ ຫາກ​ຍັງ​ປຸກ​ລຸກ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ນະ​ຄອນ ທີ່​ໃສ່​ຊື່​ປະ​ທານ ໂຮ່​ຈີ​ມິນ ແລະ ສົ່ງ​ແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ, ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່​ຂອງ​ປະ​ເທດ​ຊາ​ອີກ​ດ້ວຍ​.

ງານ​ມະ​ໂຫລານ​ຟິມ​ຮູບ​ເງົາ​ສັ້ນ​ນະ​ຄອນ ໂຮ່​ຈີ​ມິນ​ ຄັ້ງ​ທີ 2 ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 6 – 8 ມິ​ຖຸ​ນາ, ດຶງ​ດູດການ​ເຂົ້າ​ຮ່ວມ​ການ​ເສັງ​ຂອງກວ່າ 100 ຜົນ​ງານ​ ໃນ​ບັນ​ດ​າ​ປະ​ເພດ​ທີ່​ແຕກ​ຕ່າງ​ກັນ ທີ່​ມາ​ຈາກຫຼາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ຜ່ານ​ເຫດ​ການ, ນະ​ຄອນ ໂຮ່​ຈີ​ມິນ ຕັ້ງ​ຄວາມ​ຫວັງ​ວ່າ ຈະ​ສ້າງ​ກາ​ລ​ະ​ໂອ​ກາ​ຕື່ມ​ອີກ ເພື່ອ​ໃຫ​້​ບັນ​ດາ​ຜູ້​ຜະ​ລິດ​ຟິມ​ຮູບ​ເງົາ​ໜຸ່ມ ພັດ​ທະ​ນາ​ຄວາມ​ສາ​ມາດ​ທາງ​ດ້ານ​ວິ​ຊາ​ການ, ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ຮູບ​ເງົາ​ຂອງ​ຊຸມ​ຊົນ.