(ພາບປະກອບ: VOV) |
ໃນວັນທີ 02 ທັນວາ, ມີຜູ້ຕິດເຊື້ອກວ່າ 13.258 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ຫາຍດີຢູ່ ຫວຽດນາມ ຂຶ້ນເປັນ 1.005.310 ຄົນ ແລະ ໃນ 24 ຊົ່ວໂມງຜ່ານມາ, ມີຜູ້ເສຍຊີວິດ 210 ຄົນ.
ປັດຈຸບັນ, ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ຈໍານວນກວ່າ 147,5 ລ້ານໂດສ. ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະແຕ່ວັນທີ 01 ທັນວາ ຫາວັນທີ 31 ທັນວາ 2021, ຄາດວ່າ ທາງກະຊວງຈະໄດ້ຮັບວັກຊິນຕື່ມອີກປະມານ 63,5 ລ້ານໂດສ ເພື່ອສັກໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເດັກ, ຮັບປະກັນການສັກວັກຊິນຄົບ 2 ເຂັມໃຫ້ແກ່ເດັກມີອາຍຸແຕ່ 12 ຫາ 17 ປີ ຢ່າງທົ່ວເຖິງ.

