ຕາມ​ການ​ສະ​ຖິ​ຕິ​ຂອງ​ກົມ​ການ​ບິນ ຫວຽດ​ນາມ ແລ້ວ, ໃນ 5 ເດືອນ​ຕົ້ນ​ປີ 2026, ຈຳ​ນວນ​ຜູ້​ໂດຍ​ສານ​​ເຂົ້າ​ອອກ​ເມືອງ​ຜ່ານ​ທ່າ​ອາ​ກາດ​ສະ​ຍານ​ບັນ​ລຸ 54,6 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນກວ່າ 10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ນັ້ນ, ແຂກ​ສາ​ກົນ​ບັນ​ລຸ 22,6 ລ້ານ​ເທື່ອ​ຄົນ (ເພີ່ມ​ຂຶ້ນກວ່າ 18%). ປະ​ລິມ​ານ​ສິນ​ຄ້າ​ທີ່ເຂົ້າ​ອອກ​ຜ່ານ​ບັນ​ດາ​ທ່າ​ອາ​ກາດ​ສະ​ຍານ​ໃນ 5 ເດືອນ​ຜ່ານ​ມາ ໄດ້​ບ​ັນ​ລຸກວ່າ 762.000 ໂຕນ, ເພີ່ມ​ຂຶ້ນກວ່າ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ບັນ​ດາ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານກວ່າ 24 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນກວ່າ 5% ເມື້ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ນັ້ນ, ແຂກ​ສາ​ກົນ​ບັນ​ລຸກວ່າ 8 ລ້ານ​ເທື່ອ​ຄົນ (ເພີ່ມ​ຂຶ້ນກວ່າ 5%). ການ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ບັນ​ລຸກວ່າ 190.000 ໂຕນ, ເພີ່ມ​ຂຶ້ນ 2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ.