ໃນບັ້ນຮົບນີ້, ຄະນະຊາວໜຸ່ມນະຄອນ ດ່າໜັງ ວາງອອກຫຼາຍຄາດໝາຍສຳຄັນຄື: ປູກຕົ້ນໄມ້ສີຂຽວໃໝ່ 200.000 ຕົ້ນ, ກໍ່ສ້າງໃໝ່ ແລະ ສ້ອມແປງທາງຄົມມະນາຄົມເຂດຊົນນະບົດ; ຝຶກອົບຮົມກ່ຽວກັບຄວາມຮູ້ startup ໃຫ້ແກ່ຊາວໜຸ່ມ 20.000 ເທື່ອຄົນ. ອົງການຈັດຕັ້ງຊາວໜຸ່ມທຸກຂັ້ນ ຈັດການໃຫ້ຄຳປຶກສາກ່ຽວກັບການເລືອກວິຊາຊີບ ແລະ ວຽກເຮັດງານທຳໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ແນະນຳວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ຮັບປະກັນແຕ່ລະຕາແສງຢ່າງໜ້ອຍສຸດມີ 1 ທິມງານ “ປະຊາສຶກສາດີຈີຕອນ”. ເນື່ອງໃນໂອກາດນີ້, ໄວໜຸ່ມນະຄອນ ດ່າໜັງ ກໍຈະຊ່ວຍຍົກສູງກຳລັງຄວາມສາມາດຫັນເປັນດີຈີຕອນ, ໜູນຊ່ວຍອະນຸຊົນເຍົາວະຊົນ ຜູ້ປະສົບກັບຄວາມຫຍຸ້ງຍາກ, ຈັດໂຄງການກວດສຸຂະພາບໂດຍບໍ່ເກັບຄ່າ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ຢູ່ບັນດາຕາແສງເຂດພູດອຍ, ເຂດຊາຍແດນ. ທ່ານ ອາຕິງຕວ່ານ, ເລຂາຄະນະຊາວໜຸ່ມ ຕາແສງ ດົງຢາງ, ນະຄອນ ດ່າໜັງ ໃຫ້ຮູ້ວ່າ:
“ຄະນະຊາວໜຸ່ມຕາແສງ ດົງຢາງ ຜັນຂະຫຍາຍບັ້ນຮົບຊາວໜຸ່ມອາສາສະໝັກລະດູຮ້ອນ ດ້ວຍຫຼາຍກິດຈະກຳທີ່ມີກຳລັງແຜ່ກະຈາຍໄປເຖິງບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມຂອງຕາແສງ. ມີບັນດາການເຄື່ອນໄຫວລະອຽດ. ນີ້ແມ່ນບັນດາການເຄື່ອນໄຫວທີ່ດຶງດູດການເຂົ້າຮ່ວມຢ່າງສຸດຈິດສຸດໃຈຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມຈຳນວນຫຼາຍ, ເພື່ອເສີມຂະຫຍາຍກຳລັງແຮງໜຸ່ມຂອງຕົນໄດ້ຢ່າງເຕັມສ່ວນ”.
