ວັນທີ 11 ກັນຍາ, ເວທີປາໄສວິສາຫະກິດ ແລະ ບັນດາການພົບປະສອງຝ່າຍ ໄດ້ເຮັດໃຫ້ບັນຍາກາດກ່ອນວາລະໄຂກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ BRICS ຄັ້ງທີ 18 ຢູ່ New Delhi,, ອິນເດຍ ຟົດຟື້ນຂຶ້ນ.
ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ໄດ້ພົບປະສອງຝ່າຍກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ, ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ຢູ່ນະຄອນຫຼວງ New Delhi. ໄປຄຽງຄູ່ກັບບັນດາການພົບປະສອງຝ່າຍ, ເວທີປາໄສວິສາຫະກິດ BRICS ກໍ່ແມ່ນເຫດການດຶງດູດຄວາມສົນໃຈຂອງ ສື່ມວນຊົນສາກົນກ່ອນພິທີໄຂ BRICS. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ Narendra Modi ຖືວ່າ ໃນສະພາບການບັນດາຮົ້ວກີດຂວາງດ້ານການຄ້າເພີ່ມຂຶ້ນ, ອິນເດຍພວມຊຸກຍູ້ການຮ່ວມມື, ເປີດກວ້າງບັນດາການພົວພັນທາງການຄ້າ ແລະ ສ້າງບັນດາກາລະໂອກາດດຳເນີນທຸລະກິດໃໝ່ໃນ BRICS. ທ່ານນາຍົກລັດຖະມົນຕີ Narendra Modi ກໍ່ຢັ້ງຢືນວ່າ, ການຄ້າທົ່ວໂລກພຽງແຕ່ສາມາດວັດທະນາຖາວອນເມື່ອບັນດາເສັ້ນທາງທະເລໄດ້ຮັບປະກັນຄວາມໝັ້ນຄົງ, ບັນດາເສັ້ນທາງສະໜອງໄດ້ລຸລ່ວງ ແລະ ລູກເຮືອໄດ້ຮັບປະກັນຄວາມປອດໄພ.
