ມີຄົນຖືກຮັບບາດເຈັບ ແລະ ເສຍຊີວິດ ປະມານ 30 ຄົນ ໃນເຫດບຸກໂຈມຕີສະຫຼະຊີບ ທີ່ເກີດຂຶ້ນໃນວັນທີ 16 ມັງກອນ ທີ່ນະຄອນ Manbij, ທາງທິດເໜືອ ຊີຣີ. ການບຸກໂຈມຕີ ເກີດຂຶ້ນ ເມື່ອຂະບວນລົດຂອງທະຫານປະສົມຕ້ານອົງການ IS ໂດຍ ອາເມລິການໍາໜ້າ ພວມໄປຜ່ານເຂດໃຈກາງນະຄອນ Manbij, ແຂວງ Allepo.
ແລະກໍໃນວັນດຽວກັນ, ອົງການກໍ່ການຮ້າຍ IS ໄດ້ຍອມຮັບວ່າ ເຂົາເຈົ້າໄດ້ດໍາເນີນເຫດບຸກໂຈມຕີດັ່ງກ່າວ.
