ຕາມ​ແຈ້ງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ແລ້ວ, ມີ​ກວ່າ 100 ປ​ະ​ເທດ ໄດ້​ແຕ່ງ​ຕັ້ງ​ຜູ້​ຕາງ​ໜ້າເດີນ​ທາງ​ໄປ​ຍັງ​ ອີ​ຣານ ເພື່ອ​ເຂົ້າ​ຮ່ວ​ມ​ພິທີງານ​ສົບ ສາດສະດາ (ຜູ້ນຳທາງສາສະໜາ) Ali Khamenei. ທ່ານ Esmaeil Baqaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ້​ຮູ້​ວ່າ ໃນ​ຈຳ​ນວນ​ບັນ​ດາ​ຜູ້​ແທນ​ຈາກກວ່າ 100 ປະ​ເທດ ທີ່​ເຂົ້າ​ຮ່ວມພິທີ​ງານ​ສົບ​ນັ້ນ ມີ​ປະ​ມຸກ​ລັດ, ຜູ້​ນຳ​ໜ້າ​ລັດ​ຖະ​ບານ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງຫຼາຍ​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຝ່າຍ ອີ​ຣານ ຍັງ​ບໍ່​ທັນ​ໄດ້​ເຜີຍ​ບັນ​ຊີ​ລາຍ​ຊື່​ຜູ້​ແທນທີ່ຈະເດີນ​ທາງ​ໄປ​ຍັງ​ ອີ​ຣານ ​ເທື່ອ.

ໃນ​ຂະ​ນະ​ນັ້ນ, ສື່ມວນ​ຊົນ​ພາກ​ພື້ນ ໄດ້​ໃຫ້​ຂ່າວ​ວ່າ ທ່ານ Shebaz Sharif ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ; ທ່ານ Dmitry Medvedev ຮອງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ລັດ​ເຊຍ, ປະ​ທານ​ພັກ​ປະ​ເທດ​ ລັດ​ເຊຍ ເອ​ກະ​ພາບ, ພ້ອມ​ດ້ວຍ​ຜູ້​ແທນ​ຂັ້ນ​ສູງ​ຈາກຫຼາຍ​ປະ​ເທດ​ຄື: ຈີນ, ອິນ​ເດຍ, ຕວັກ​ກີ... ຄາດ​ວ່າ ຈະ​ເດີນ​ທາງ​ໄປ​ຍັງ​ ​ອີ​ຣານ ເພື່ອ​ເຂົ້າ​ຮ່ວມພິທີ​ງານ​ສົບ​ຂອງ ສາດສະດາ Ali Khamenei.

ອີ​ຣານ ແຈ້ງ​ໃຫ້​ຊາບ​ວ່າ ງານ​ສົບ​ຂອງ ສາດສະດາ ຈະໄດ້​ດຳ​ເນີນ​ແຕ່​ວັນ​ທີ 4 ຫາ​ວັນ​ທີ 9 ກໍ​ລະ​ກົດ, ດ້ວຍ​ການ​ຈັດຫຼາຍ​ພິ​ທີ​ກຳ ແລະ ຢູ່ຫຼາຍ​ສະ​ຖານ​ທີ່​ທີ່​ແຕກ​ຕ່າງ​ກັນ.

ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ