ພຽງ​ແຕ່​ໃນ 3 ວັນ​ທຳ​ອິດ​ດຳ​ເນີນ​ວັນ​ບຸນ​ວິ​ຫານ​ຮຸ່ງ ແລະ ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ດິນ​ແດນແຫ່ງ​ບັນ​ພະ​ບຸ​ລຸດ ປີ 2026, ມີ​ປະ​ຊາ​ຊົນ​ກ່​ວາ 60.000 ຄົນ​ໄດ້​ກັບ​ເມືອ​ແຂວງ ຝຸ​ເທາະ​ຖະ​ຫວາຍ​ທູບ​ທຽບ ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສະ​ແດງ​ສ​ິ​ລະ​ປະ​ທີ່​ພົ້ນ​ເດັ່ນ. ປີ​ນີ້, ວັນ​ບຸນ​ວິ​ຫານ​ຮຸ່ງ ແລະ ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ເຂດ​ດິນ​ແດນແຫ່ງ​ບັນ​ພະ​ບຸ​ລຸດ ​ປີ 2026 ໄດ້​ຈັດ​ຂຶ້ນ​ດ້ວຍ​ຂ​ອບ​ຂະ​ໜາດ​ໃຫຍ່, ໃນ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່​ ກ່ຽວ​ກັບ​ພູ​ມີ​ສາດ, ວັດ​ທະ​ນະ​ທຳ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພາຍຫຼັງ ໂຮມ 3 ແຂວງ​ຝຸ​ເທາະ, ວິງ​ຝຸກ ແລະ ຮ​ວ່າ​ບິ່ງ​ເຂົ້າ​ກັນ. ຈຸດ​ພົ້ນ​ເດັ່​ນ​ຂອງວັນ​ບຸນ​ປີ​ນີ້​ແມ່ນ ພິ​ທີ​ໄຂ​ດ້ວຍ​ຫວົ​ຂໍ້ “ກົກ​ເຄົ້າ​ເຫງົ້າ​ກໍ່​ອັນ​ສັກ​ສິດ - ດິນ​ແດນ​ ແຫ່ງ​ບັນ​ພະ​ບຸ​ລຸດ ເຈົ້າ​ຊີ​ວິດ​ຮຸ່ງ” ລວມ​ມີຫຼາຍ​ລາຍ​ການ​ສະ​ແດງ​ສິ​ລະ​ປະພົ້ນ​ເດັ່ນ, ບໍ່​ພຽງ​ແຕ່​ເຊີດ​ຊູ, ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ພົ້ນ​ເດັ່ນ​ຂອງ​ຊາດ​ເທົ່າ​ນັ້ນ ຫາກ​ຍັງຫຼັກ​ສະ​ແດງ​ສິນ​ທຳ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ສະ​ແດງ​ຄວ​າມ​ຮູ້​ບຸນ​ຄຸນ​ຂອງ​ບັນ​ພະ​ບຸ​ລຸດ​ອີກ​ດ້ວຍ.