ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ​ມຽນ​ມາ ​ແຕ່​ວັນ​ທີ 28 ຕຸ​ລາ ຫາ​ວັນ​ທີ 30 ຕຸ​ລາ, ທ່ານ​ນາງ Maria Theresa Lazaro ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຟີ​ລິບ​ປິນ ທູດ​ພິ​ເສດ​​ປະ​ທານ ​ອາ​ຊຽນ ຮັບ​ຜິດ​ຊອບ​ກ່ຽວກັບ ມຽນມາ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ U Tin Maung Swe ​ລັດ​ຖະ​ມົນ​ຕີກະຊວງການ​ຕ່າງ​ປະ​ເທດ ມຽນ​ມາ, ປຶກ​ສາ​ຫາ​ລືຫຼາຍ​ເນື້ອ​ໃນ​ສຳ​ຄັນ​ເພື່ອ​ແນ​ໃສ່​ປະ​ກອ​ບ​ສ່ວນ​ຊອກ​ຫາ​ມາດ​ຕະ​ການ​ແກ້ໄຂສຳລັບ​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້. ທີ່​ການ​ພົບປະເຈ​ລະ​ຈາ​ທີ່​ໄດ້​ດຳ​ເນີນ​ຢູ່​ນະ​ຄອນຫຼວງ Naypyidaw ໃນ​ວັນ​ທີ 29 ຕຸ​ລາ, ທ່ານ​ U Tin Maung Swe ແລະ ທ່ານນາງ​ Maria Theresa Lazaro ໄດ້​ດຳ​ເນີນ​ບັນ​ດາ​ການ​ປຶກ​ສາ​ຫາ​ລືຢ່າງ​ແທ້​ຈິງ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ບົດ​ບາດ ແລະ ສິດ​ຂອງ ມຽນ​ມາ​ ໃນ​ການ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື ອາ​ຊຽນ.