ກອງປະຊຸມທາງອອນລາຍລະຫວ່າງຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກັບການນຳບາງກະຊວງ, ຂະແໜງການ ແລະ ນະຄອນ ໂຮ່ຈີມິນ (ພາບ: VGP) |
ທີ່ກອງປະຊຸມ, ຄະນະປະຈຳຄະນະຊີ້ນຳໄດ້ສະເໜີໃຫ້ ກະຊວງສາທາລະນະສຸກ ຫວຽດນາມ ຊີ້ນຳບັນດາທ້ອງຖິ່ນ ຍູ້ແຮງຄວາມຄືບໜ້າໃນການທົດລອງການແນະນຳປະຊາຊົນເອົາຕົວຢ່າງວິໄຈ້ຫາເຊື້ອເອງ, ຫຼັງຈາກນັ້ນທະວີຄູນໃນວົງກວ້າງ, ມຸ່ງໄປເຖິງການເຜີຍແຜ່ໃຫ້ປະຊາຊົນໝົດທຸກຄົນ, ຜ່ານນັ້ນ, ກຽມພ້ອມກໍລະນີມີຫຼາຍບ່ອນກໍ່ຖືກຕິດເຊື້ອພະຍາດໂຄວິດ - 19 ແລະ ບັນດາເຂດອຸດສາຫະກຳ.
ກ່ຽວຂ້ອງເຖິງວັກຊິນ, ຕາມການລາຍງານຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ຄາດວ່າ ຮອດທ້າຍປີ 2021, ຫວຽດນາມ ອາດຈະມີວັກຊິນເພື່ອສັກໃຫ້ແກ່ 70% ປະຊາຊົນ (ປະມານ 150 ລ້ານໂດສ). ຕາມນັ້ນແລ້ວ, ນອກຈາກວັກຊິນ AstraZeneca ແລ້ວ, ຫວຽດນາມ ຈະເຈລະຈາເພື່ອຊື້ວັກຊິນຈາກ Moderna (5 ລ້ານໂດສ), Pfizer 31 ລ້ານໂດສ) ແລະ ວັກຊິນ Sputnik V (20 ລ້ານໂດສ). ປັດຈຸບັນ, ຫວຽດນາມ ພວມນຳໃຊ້ວັກຊິນ AstraZeneca ແລະ ໄດ້ສັກຫຼາຍກວ່າ 1,1 ລ້ານໂດສ, ໃນນັ້ນ ມີ 31.177 ຄົນ ໄດ້ຮັບການສັກເຂັມທີ 2 ແລ້ວ.

