ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ລັ່ນກອງໄຂງານແຂ່ງຂັນ |
ງານແຂ່ງຂັນນີ້ ໂດຍສະຫະພັນໂລກກ່ຽວກັບ ມວຍພື້ນເມືອງ ຫວຽດນາມສົມທົບກັບພະແນກວັດທະນະທຳ ກິລາ ຮ່າໂນ້ຍ ຈັດຕັ້ງ. ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ລັ່ນກອງໄຂງານແຂ່ງຂັນ.
ປະຈຸບັນ ຢູ່ໃນໂລກ ມີປະມານ 1 ລ້ານຄົນຮຽນມວຍພື້ນເມືອງຫວຽດນາມ ຢູ່ 45 ປະເທດ ແລະ ເຂດແຄ້ວນ. ທ່ານ ເຈີນຫວຽດ ຮອງເລຂານຸການ ສະຫະພັນໂລກກ່ຽວກັບມວຍພື້ນເມືອງຫວຽດນາມໃຫ້ຮູ້ວ່າ:
“ງານແຂ່ງຂັນມວຍພື້ນເມືອງຫວຽດນາມ ຄັ້ງທີ 2 ປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງ 320 ນັກກິລາປະເພດມວຍພື້ນເມືອງ, ເຈົ້າຫນ້າທີ່ ກວ່າ 100 ທ່ານ ມາຈາກ 29 ປະເທດ, ລວມມີ 45 ຄະນະ. ເມື່ອທຽບໃສ່ງານແຂ່ງຂັນມວຍພື້ນເມືອງຄັ້ງທີຫນຶ່ງ ຈຳນວນຜູ້ເຂົ້າຮ່ວມແມ່ນເພີ່ມຂຶ້ນທົບສອງເທົ່າ. ຄັ້ງທີ 3 ອາດຈະຖືກຈັດຂຶ້ນຢູ່ ເອີລົບ, ອາຟຼິກາ ຫລື ອິນເດຍ”

