ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ |
ໃນມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ 13, ຕອນເຊົ້າວັນທີ 4 ຕຸລາ, ຄະນະບໍລິຫານງານສູນກາງພັກໄດ້ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບແຜນສືບຕໍ່ກໍ່ສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມໃຫ້ສົມບູນແບບໃນໄລຍະໃໝ່ . ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊີ້ນຳການປຶກສາຫາລື.

