ທ່ານ ຮສ. ປອ. ທ່ານໝໍ ຫງວຽນແອັງຢຸງ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ນັບແຕ່ນີີ້ຮອດທ້າຍປີ, ນະຄອນຈະລະດົມ 480 ຮາກຖານສາທາລະນະສຸກໃນບໍລິເວນ ພ້ອມກັນເຂົ້າຮ່ວມໂຄງການກວດສຸຂະພາບທົ່ວປວງຊົນ. ມີພະນັກງານການແພດທັງໝົດ 10.000 ຄົນໄດ້ຮັບການຝຶກອົບຮົມ, ກຽມພ້ອມເຂົ້າຮ່ວມໂຄງການ. ພະແນກສາທາລະນະສຸກໄດ້ຈັດແບ່ງໜ້າວຽກໃຫ້ບັນດາຮາກຖານສາທາລະນະສຸກພ້ອມກັນເຂົ້າຮ່ວມໜູນຊ່ວຍທ້ອງຖິ່ນໃນວຽກງານກວດສຸຂະພາບ. ແຕ່ລະຕາແສງ, ເຂດພິເສດ ຈະໄດ້ຮັບການເຊື່ອມຕໍ່ກັບໜຶ່ງ ຫຼື ຫຼາຍຮາກຖານກວດ, ປິ່ນປົວພະຍາດທີ່ເໝາະສົມກັບຂອບຂະໜາດປະຊາກອນ ແລະ ລັກສະນະຈຸດພິເສດຂອງທ້ອງຖິ່ນ.
ດ້ວຍຈຳນວນແຮງງານ-ພະນັກງານສົມບູນປະມານກວ່າ 6 ລ້ານຄົນ, ລວມມີພະນັກງານ, ລັດຖະການ, ພາລະກອນ ແລະ ຜູ້ອອກແຮງງານຢູ່ວິສາຫະກິດ ຈະສຳເລັດການກວດສຸຂະພາບກ່ອນວັນທີ 31 ຕຸລາ. ການກວດສຸຂະພາບໃຫ້ສະເພາະພະນັກງານ, ພາລະກອນຂະແໜງສາທາລະນະສຸກ ຈະສຳເລັດໃນເດືອນກໍລະກົດ. ສ່ວນສຳລັບການກວດສຸຂະພາບໃຫ້ແກ່ນັກຮຽນ, ນັກສຶກສານັ້ນ ຈະໄດ້ຮັບການຜັນຂະຫຍາຍພາຍຫຼັງເປີດສົກຮຽນໃໝ່ ແລະ ສຳເລັດກ່ອນວັນທີ 31 ຕຸລາ.
