ຕອນເຊົ້າວັນທີ 28 ມິຖຸນາ, ກອງທັບ ຢູແກຼນ ໃຫ້ຮູ້ວ່າ: ນະຄອນຫຼວງ ກີແອບ ຂອງປະເທດນີ້ ພວມຖືກບັ້ນບຸກໂຈມຕີດ້ວຍລູກສອນໄຟນຳວິຖີ. ໃນສື່ສັງຄົມອອນລາຍ Telegram, ທ່ານ Vitali Klitschko ເຈົ້າຄອງນະຄອນ ກີແອບ ໃຫ້ຮູ້ວ່າ: ບັນດາກຳລັງປ້ອງກັນອາກາດ ຢູແກຼນ ໄດ້ຕີສະກັດເປົ້າໝາຍໃນເຂດນ່ານຟ້າຂອງນະຄອນຫຼວງ ພ້ອມທັງກ່າວເຕືອນວ່າ ປຊຊ ບໍ່ໄດ້ອອກຈາກບ່ອນລີ້ຊ້ອນ. ກ່ອນໜ້ານນັ້ນ 1 ວັນ, ແຂວງ Dnipropetrovsk ແລະ Sumy ຂອງ ຢູແກຼນ ກໍ່ຖືກບັນດາບັ້ນບຸກໂຈມຕີທາງອາກາດ ແລະ ມີຜູ້ເສຍຊີວິດ 2 ຄົນ. ການບຸກໂຈມຕີຕ່າງໆຖືກປະຕິບັດ ພາຍຫຼັງນະຄອນຈຳນວນໜຶ່ງຂອງ ລັດເຊຍ ໃນນັ້ນມີນະຄອນ Volgograd ແລະ Belgorod ຖືກບຸກໂຈມຕີ. ຕາມບັນດາເຈົ້າໜ້າທີ່ ລັດເຊຍ, 3 ຄົນຖືກເສຍຊີວິດໃນເຫດບຸກໂຈມຕີດັ່ງກ່າວ.
ນະຄອນຫຼວງ ກີແອບ ຂອງ ຢູແກຼນ ຖືກບຸກໂຈມຕີດ້ວຍລູກສອນໄຟ
[VOVWORLD] - ແຂວງ Dnipropetrovsk ແລະ Sumy ຂອງ ຢູແກຼນ ກໍ່ຖືກບັນດາບັ້ນບຸກໂຈມຕີທາງອາກາດ ແລະ ມີຜູ້ເສຍຊີວິດ 2 ຄົນ.
