ທີ່​ວາ​ລະ​ປ​ະ​ຊຸມລັດ​ຖະ​ບານ ບັນ​ດາ​ສະ​ມາ​ຊິກ​ໄດ້​ປະ​ກອບ​ຄຳ​ເຫັນ​ໃຫ້​ຮ່າງ​ກົດ​ໝາຍຫຼາຍ​ສະ​ບັບ​ລວມ​ມີ: ກົດ​ໝາຍ​ວ່າ​ດ້ວຍພາ​ສີອາ​ກອນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ມາດ​ຕາ​ຈຳ​ນວນ​ໜຶ່ງ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ນາ​ຄານ​ແຫ່ງ​ລັດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ຝອກ​ເງິນ ແລະ ກົດ​ໝາຍ​ວ່າ​ດ້ວຍ​ບັນ​ດາ​ອົງ​ການ​ສິນ​ເຊື່ອ… ສຳ​ລ​ັບ​ຮ່າງ​ກົດ​ໝາຍ​ບັນ​ດາ​ສະ​ບັບ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງຮຶງ ເນັ້ນ​ໜັກ​ຄຳຮຽກ​ຮ້ອງ​ຕ້ອງ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົບ​ບູນ​ແບບ​ຢ່າງ​ຂ້ຽວ​ຂາດ, ​ເດັດ​ຂາດ​ບໍ່ປະ​ໃຫ້​ເກີດ​ລະ​ບຽບ​ການ​ບໍ​ລິ​ຫານ​ໃໝ່​ເຂົ້າ​ບັນ​ດາ​ມາດ​ຖານດ້ານ​ເຕັກ​ນິກ, ແກ້​ໄຂ​ຈຸດ​ອຸດ​ຕັ້ນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ. ທ່ານ​ໃຫ້​ຮູ້​ວ່າ:

ກຳ​ນົດ​ການ​ສ້າງລະ​ບອບ​ລະ​ບຽບ​ການ​ກົດ​ໝາຍ ໃຫ້​ສົມ​ບູ​ນ​ແບບ ແລະ ການກວ​ດ​ກາ, ຕິດ​ຕາມກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ລຸ້​ລ່ວງ ແລະ ເປັນ​ປະ​ຈຳ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ສູນ​ກາງ. ສຸມ​ໃສ່​ຢ່າງ​ຂ້ຽວ​ຂາດ​ເພື່ອ​ສຳຫຼວດກວດ​ຄືນ​ລະ​ບົບ​ກົດ​ໝາຍ ແລະ ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື​ກົດ​ໝາຍ​ວ່​າ​ດ້ວຍ​ທີ່​ດິນ, ກົດ​ໝາຍ​ສະ​ບັບ​ຕ່າງໆ​ໄດ້​ເຕື້ອງ​ເຖິງ, ຍັງ​ມີ​ຂໍ້​ກຳ​ນົດ​ໃດ​ຕ້ອງ​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ​ ເພື່ອ​ສະ​ເໜີ​ແນະ​ຢ່າງ​ທັນ​ການ ບັນ​ດາ​ເອ​ກະ​ສານ​ໃດ​ຕ້ອງ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມ​ບູນ​ແບບ.