ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ຝຸ​ເທາະ​ໃນ​ຕອນ​ບ່າຍ​ວັນ​ທີ 14 ກໍ​ລະ​ກົດ, ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ເຄື່ອນ​ໄຫວ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ສອງ​ຂັ້ນ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັ້ກ​ເປັນ​ພິ​ເສດ​ວ່າ ແຂວງ​ຝຸ​ເທະ​ຕ້ອງ​ສຸມ​ໃສ່​ເຮັດ​ໃໝ່​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ, ດຶງ​ດູດ​ບັນ​ດາ​ໂຄງ​ການ​ໃຫຍ່​ມີ​ມູນ​ຄ່າ​ເພີ່ມ​ເພື່ອ​ກາຍ​ເປັນ ເມືອງຫຼວງ​ອຸດ​ສາ​ຫະ​ກຳ​ທົ່ວ​ປະ​ເທດ”. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ຝຸ​ເທາະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ, ສູ້​ຊົນ, ຕັດ​ສິນ​ໃຈ​ຢ່າງ​ສູງ, ມີ​ວິ​ທີ​ຄິດ​ໃໝ່, ການ​ປະ​ຕິ​ບັດ​ໃໝ່​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ 11%ຂຶ້ນ​ໄປ.

ພ​ວກ​ເຮົາ​ຕ້ອງ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ເພື່ອ​ພັດ​ທະ​ນາ​ດຶງ​ດູດ​ບັນ​ດາ​ໂຄງ​ການ​ໃຫຍ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ສຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ມີ​ເຕັກ​ໂນ​ໂລ​ຢີ​ສູງ. ຝຸ​ເທາະ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ວຽກ​ງານ​ນີ້, ເພື່ອ​ປ່ຽນ​ແປງ​ໃໝ່, ດຶງ​ດູດ​ບັນ​ດາ​ໂຄງ​ການ, ຫຼີ​ກ​ລ້ຽງ​ໂຄງ​ການນຳ​ໃຊ້​ແຮງ​ງານ​ຄົນຫຼາຍ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຫຼ້າຫຼັງ​ກໍ່​ຜົນ​ສະ​ທ້ອນ​ຕໍ່​ສິ່ງ​ແວດ​ລ້ອມ. ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຝຸ​ເທາະ​ກາຍ​ເປັນ​ເມືອງຫຼວງອ​ຸດ​ສາ​ຫະ​ກຳ​ໃນ​ທົ່ວ​ປະ​ເທດ, ມີ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ເຂດ​ອຸດ​ສາ​ຫະ​ກຳ, ເປັນ​ຕົ້ນ​ແມ່ນ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ ເພື່ອ​ຮັບ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຍຸດ​ທະ​ສາດ.